ຫວຽດນາມກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ງານປະກວດສຽງເພງອາຊຽນ+3

(VOVWORLD) -ງານປະກວດສຽງເພງ ອາຊຽນ +3 ໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2017)  ແລະ 72 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ (7/9/1945-7/9/2017). ຮອບຮອງຊະນະເລີດໄດ້ດຳເນີນໃນຕອນຄ່ຳວັນທີ 19 ສິງຫາ ຢູ່ ແທງຮວາ.
ຫວຽດນາມກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ງານປະກວດສຽງເພງອາຊຽນ+3 - ảnh 1

ວຽກງານກະກຽມໃຫ້ງານປະກວດດັ່ງກ່າວ ໄດ້ຮັບການປະຕິບັດຈາກວິທະຍຸກະຈາຍສຽງຫວຽດນາມ ໃນຫລາຍມື້ຜ່ານມາແລ້ວ. ທ່ານນາງ ຫງວຽນທູຍຮວາ, ຫົວຫນ້າຄະນະຮ່ວມມືສາກົນ, ວິທະຍຸກະຈາຍສຽງຫວຽດນາມ, ສະມາຊິກຄະນະຈັດຕັ້ງງານປະກວດໃຫ້ຮູ້ວ່າ: ດ້ວຍເຫດການມີລະດັບພາກພື້ນ ຄືງານປະກວດຄັ້ງນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການກະກຽມຢ່າງລອບຄອບຖີ່ຖ້ວນເພື່ອໃຫ້ບັນດານັກຮ້ອງເຂົ້າຮ່ວມງານປະກວດ ມີຄວາມປະທັບໃຈອັນດີງາມກ່ຽວກັບຫວຽດນາມ.

          ບັນດານັກຮ້ອງເຂົ້າຮ່ວມງານປະກວດໄດ້ມີຫນ້າຢູ່ ແທງຮວາ ແຕ່ວັນທີ 17 ສິງຫາ ແລະ ເຂົ້າຮ່ວມທຸກເຫດການຂອງ “ ງານປະກວດສຽງເພງ ອາຊຽນ+3”. ນັກຮ້ອງໄພສານມາຈາກ ໄທ  ໃຫ້ຮູ້ວ່າ:     “ຂ້າພະເຈົ້າມີຄວາມເປັນກຽດເມື່ອເປັນຫນຶ່ງໃນບັນດາຜູ້ຕາງຫນ້າໄທເຂົ້າຮ່ວມງານປະກວດຄັ້ງນີ້. ຂ້າພະເຈົ້າຖືວ່າ ນີ້ບໍ່ແມ່ນງານປະກວດຫາກແມ່ນໂອກາດເພື່ອພົບປະແລກປ່ຽນດ້ານວັດທະນະທຳ, ມີເພື່ອນໃຫມ່ຕື່ມອີກ. ພິເສດ ຂ້າພະເຈົ້າສາມາດແນະນຳບັນດາບົດເພງ ຂອງໄທໃຫ້ແກ່ປະຊາຊົນບັນດາປະເທດ ອາຊຽນ.”

ຕອບກັບ

ຂ່າວ/ບົດ​ອື່ນ