ຫວຽດນາມກ່າວປະນາມຢ່າງແຮງເຫດບຸກໂຈມຕີກໍ່ການຮ້າຍຢູ່ Manchester, ອັງກິດ

(VOVWORLD) - ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ
ຫວຽດນາມກ່າວປະນາມຢ່າງແຮງເຫດບຸກໂຈມຕີກໍ່ການຮ້າຍຢູ່ Manchester, ອັງກິດ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ວັນທີ 23 ພຶດສະພາ, ເມື່ອໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 22 ພຶດສະພາ ຢູ່ນະຄອນ Manchester, ປະເທດ ອັງກິດ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກຮັບບາດເຈັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ Theresa May.

          ແລະກໍ່ໃນວັນດຽວກັນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:

“ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ. ຫວຽດນາມ ກ່າວປະນາມຢ່າງແຮງທຸກການກະທຳກໍ່ການຮ້າຍ ແລະ ຖືວ່າທຸກໆການກະທຳເຫຼົ່ານັ້ນຕ້ອງຖືກປັບໄໝ, ລົງໂທດຢ່າງເຂັ້ມງວດ. ”

ຕອບກັບ

ຂ່າວ/ບົດ​ອື່ນ