ຫວຽດນາມກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນ ຢູ່Turku ປະເທດ ແຟງລັງ

(VOVWORLD) -ວັນທີ 22 ສິງຫາ, ຕອບສຳພາດຕໍ່ນັກຂ່າວສະເຫນີໃຫ້ຮູ້ ປະຕິກິລິຍາຂອງຫວຽດນາມ ຕໍ່ເຫດບຸກໂຈມຕີ ດ້ວຍມີດ ຢູ່ ນະຄອນ Turku ແຟນລັງ ໄດ້ເຮັດໃຫ້ສາມັນຊົນຫລາຍຄົນຖືກລົ້ມຫາຍຕາຍຈາກ.
ຫວຽດນາມກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນ ຢູ່Turku ປະເທດ ແຟງລັງ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ເນັ້ນຫນັກວ່າ: “ຫວຽດນາມ ມີຄວາມເປັນຫ່ວງກັງວົນ ແລະ ກ່າວປະນາມຢ່າງແຮງບັນດາເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນຢ່າງລຽນຕິດ ຢູ່ ເອີລົບ ໂດຍສະເພາະຫວ່າງແລ້ວນີ້ ແມ່ນການບຸກໂຈມຕີດ້ວຍມີດ ເພື່ອເລັ່ງໃສ່ສາມັນຊົນຈຳນວນຫນຶ່ງຢູ່ ນະຄອນ Turku ປະເທດ ແຟງລັງ ເມື່ອວັນທີ 18 ສິງຫາ ຜ່ານຜ່າ ເຮັດໃຫ້ສາມັນຊົນຈຳນວນຫນຶ່ງຖືກເສຍຊີວິດ ແລະ ບາດເຈັບ. ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈເຖິງລັດຖະບານ, ປະຊາຊົນແຟງລັງ ແລະ ຄອບຄົວບັນດາຜູ້ຖືກເສຍຊີວິດ ແລະ ມີຄວາມເຊື່ອໝັ້ນວ່າ ບັນດາພວກກໍ່ການຮ້າຍຈະຖືກປັບໄຫມລົງໂທດຢ່າງເໝາະສົມ.”

ຕອບກັບ

ຂ່າວ/ບົດ​ອື່ນ