ຫວຽດນາມຄັດຄ້ານຈີນປັບປຸງ,ກໍ່ສ້າງບັນດາເກາະຢູ່ທະເລຕາເວັນອອກ

ຫວຽດນາມຄັດຄ້ານຈີນປັບປຸງ,ກໍ່ສ້າງບັນດາເກາະຢູ່ທະເລຕາເວັນອອກ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ

(vovworld) – ​ ​​ວັ​ນ​ທີ 23/2, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ຂໍ​້​ມູນ​ຂ່າວ ຈີນ ໃກ້​ຈະ​ກໍ່​ສ້າງໂຄງ​ປະ​ກອບກ່​ວາ 20 ແຫ່ງ​ໃນ​ບັນ​ດາ​ເກາ​ະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສຳ​ເລັດ​ຜົນ, ​ກິດ​ຈະ​ກຳ​ນີ້​ຄ້າຍ​ຄື​ສາງ​ບັນ​ຈຸ​ລູກ​ສອນ​ໄຟ​ໜ້າ​ດິນ​ຕ້ານ​ເທິ​ງ​ອາ​ກາດ​ໄລ​ຍະ​ໄກ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ໄດ້​ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຈະ​ກວດ​ຄືນຂໍ້​ມູນ​ຂ່າວ​ດັ່ງ​ກ່າວ. ຫວຽດ​ນາມ ມີ​ພື້ນ​ຖານ​ນິ​ຕິ​​ກຳ ແລະ ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ 2 ແຫ່ງຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ຫຼັກ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ເຄົາ​ລົບ​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ ເລ​ຫາຍ​ບີ່ງ ໄດ້​ຊ​ີ້​ແຈ້ງວ່າ​ທຸກໆ​ການ​ເຄື່ອນ​ໄຫວກໍ່​ສ້າງ, ປັບ​ປຸງ​ບັນ​ດາ​ໂຄງ​ປະ​ກອບ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ເຊິ່ງບໍ່​ມີ​ກາ​ນ​ອະ​ນຸ​ຍາດ​ຂອງ ຫວຽດ​ນາມ ແລ້ວ​​ລ້ວນແຕ່​ແມ່ນ​ການ​ກະ​ທຳ​ຜິດ​ກົດ​ໝາຍ. ຫວຽດ​ນາມ ສະ​ເໜີ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ມີ​ການ​ກະ​ທຳ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​​ໄດ​້ມີ​ການ​ເຄື່ອ​ນ​ໄຫວ​ໃດໆ​ທີ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ພິ​ເສດ​ແມ່ນ​ການ​​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ, ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ປອ​ດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.


ຂ່າວ/ບົດ​ອື່ນ