ຫວຽດນາມຄ້ວາໄດ້ 8 ຫຼຽນຄຳໃນງານມະຫາກຳກິລາ AIMAG 2017

(VOVWORLD) - ໃນການແຂ່ງຂັນນັດສຸດທ້າຍ ຂ້າພະເຈົ້າພົບກັບນັກກິລາໝາກຮຸກສາກົນ ຊາວ ອີຣານ, ລາວເປັນຄົນຍື່ນອັນດັບ 2 ໃນກິລາປະເພດນີ້ຢູ່ອີຣານ ແລະ ລາວ ກໍ່ແມ່ນນັກກິລາໝາກຮຸກສາກົນໜຸ່ມ ທີ່ພວມແຂ່ງຂັນດີທີ່ສຸດໃນງານມະຫາກຳນີ້. 
ຫວຽດນາມຄ້ວາໄດ້ 8 ຫຼຽນຄຳໃນງານມະຫາກຳກິລາ AIMAG 2017 - ảnh 1 ບັນດານັກກິລາຍາດໄດ້ຫຼຽນຄຳຂອງ ຫວຽດນາມ

ຕອນບ່າຍວັນທີ 24 ກັນຍາ, ນັກກິລາໝາກຮຸກສາກົນ ເລກວາງລຽມ ຄ້ວາໄດ້ຫຼຽນຄຳໃນລາຍການແຂ່ງຂັນໝາກຮຸກມາດຕະຖານທີ່ງານມະຫາກຳກິລາໃນຮົ່ມ ແລະ ຕີມວຍ ອາຊີ 2017 (AIMAG 2017).  ເລກວາງລຽມ ໃຫ້ຮູ້ວ່າ:

        “ໃນການແຂ່ງຂັນນັດສຸດທ້າຍ ຂ້າພະເຈົ້າພົບກັບນັກກິລາໝາກຮຸກສາກົນ ຊາວ ອີຣານ, ລາວເປັນຄົນຍື່ນອັນດັບ 2 ໃນກິລາປະເພດນີ້ຢູ່ອີຣານ ແລະ ລາວ ກໍ່ແມ່ນນັກກິລາໝາກຮຸກສາກົນໜຸ່ມ ທີ່ພວມແຂ່ງຂັນດີທີ່ສຸດໃນງານມະຫາກຳນີ້. ກ່ອນທີ່ເຂົ້າຮ່ວມການແຂ່ງຂັນນີ້, ຂ້າພະເຈົ້າຮູ້ວ່າ ເພື່ອຍາດໄດ້ຫຼຽນນັ້ນ, ຕົນເອງຕ້ອງແຂ່ງຂັນສະເໝີກັນ ຫຼື ຕ້ອງຮັບຊະນະ. ດັ່ງນັ້ນ, ຂ້າພະເຈົ້າໄດ້ແຂ່ງຂັນດີສົມຄວນໃນນັດນີ້ ແລະ ມີຄວາມພາກພູມໃຈຕໍ່ຜົນງານຂອງຕົນທີ່ການແຂ່ງຂັນປີນີ້.”

        ຄະນະນັກກິລາ ຫວຽດນາມ ບັນລຸຄາດໝາຍກ່ອນກຳນົດເວລາທີ່ງານມະຫາກຳກິລາ ໃນຮົ່ມ ແລະ ຕີມວຍອາຊີ 2017 (AIMAG 2017). ປະຈຸບັນ, ຫວຽດນາມຄ້ວາ ໄດ້ 8 ຫຼຽນຄຳ, ກ່ອນທີ່ເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້, ຫວຽດນາມ ໄດ້ວາງຄາດໝາຍຄ້ວາໄດ້ ຫຼຽນຄຳໃຫ້ໄດ້ 7 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ