ຫວຽດນາມຈັດສົ່ງກ່ຳປັ່ນປົກປ້ອງລູກສອນໄຟ ລິ໊ທ໊າຍໂຕ ເຂົ້າຮ່ວມ LIMA 2019

(VOVWORLD) -       ຫວຽດນາມ ໄດ້ຈັດສົ່ງກ່ຳປັ່ນ 012 ລິ໊ທ໊າຍໂຕ ເຂົ້າຮ່ວມງານວາງສະແດງການເດີນທະເລ ແລະ ການບິນສາກົນ Langkaw ປີ 2019 (LIMA 19) ຢູ່ມາເລເຊຍ.

ຫວຽດນາມຈັດສົ່ງກ່ຳປັ່ນປົກປ້ອງລູກສອນໄຟ ລິ໊ທ໊າຍໂຕ ເຂົ້າຮ່ວມ LIMA 2019 - ảnh 1 ກ່ຳປັ່ນ 012 ລິ໊ທ໊າຍໂຕ

(ພາບ: TTXVN)

ໃນເວລາເຂົ້າຮ່ວມງານວາງສະແດງ, ກ່ຳປັ່ນຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ສວນສະໜາມ, ຝຶກຊ້ອມ, ໂດຍຜ່ານແຜນການເດີນທະເລ, ງານບຸນອາຫານການກິນ…

        ວັນທີ 24 ມີນາ, ກ່ຳປັ່ນ 012 ລິ໊ທ໊າຍໂຕ ໄດ້ເຂົ້າທຽບທ່າ Langkawi, ປະເທດມາເລເຊຍ, ເຂົ້າຈອດຢູ່ທ່າກ່ຳປັ່ນເພື່ອກະກຽມໃຫ້ບັນດາການເຄື່ອນໄຫວຢູ່ LIMA 19. ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ຈັດສົ່ງກ່ຳປັ່ນທະຫານເຮືອເຂົ້າຮ່ວມງານວາງສະແດງ LIMA 19 - ເຊິ່ງແມ່ນເຫດການທີ່ໄດ້ຮັບການຕີລາຄາວ່າ ມີຂອບຂະໜາດ ແລະ ມີຜົນສະທ້ອນໃຫຍ່ຫຼວງທີ່ສຸດຢູ່ພາກພື້ນອາຊີ - ປາຊີຟິກ.

        LIMA 19 ຈະເລີ່ມໄຂຂຶ້ນຢູ່ສູນງານຕະຫຼາດນັດສາກົນ Mahsuri ຢູ່ Langkawi ຢ່າງເປັນທາງການ ໃນວັນທີ 26 ມີນາ ແລະ ຈະແກ່ຍາວເປັນເວລາ 5 ວັນ. LIMA 19 ໂດຍມີການເຂົ້າຮ່ວມຂອງ 350 ບໍລິສັດທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ