ຫວຽດນາມ,ຈີນແລະອາຊຽນພ້ອມກັນຮັກສາສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກແລະພາກພື້ນ

ຫວຽດນາມ,ຈີນແລະອາຊຽນພ້ອມກັນຮັກສາສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກແລະພາກພື້ນ - ảnh 1
(ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ
ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງອ​ີ)

(vovworld) - ​ ​ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພິ​ເສດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ - ຈີນ ຢູ່​ນະ​ຄອນອິ​ຊີແຂວງຢວຽນ​​ໜານ, ປະ​ເທດ​ຈີ​ນ ໃນ​ລະ​ຫວ່າງວັນ​ທີ 13/06, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ຫວາງອ​ີ. ຢູ່​ທີ່ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ ແລະ ຈີນ; ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ, ແຜນ​ຮ່າງ​ທີ່​ໄດ​້​ວາງ​ອອກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້ນ​ສ​ູງ, ຍູ້​ແຮງ​ການ​ຮ່ວມ​ມື​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ຕ່າງໆ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ,  ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ຈີນ ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ໃນ​ການ​ນຳເຂົ້າ​​ສິນ​ຄ້າຂອງ​ຫວຽດ​ນາມ, ຍ​ູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້​ນ​ຖານ​ໂຄງ​ລ່າງ​ທີ່​ໄດ້​ຕົກ​ລົງ​ກັນໂດຍ​ໄວ…

        ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ການ​​ຜັນ​ແປທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ໄລ​ຍະ​ຜ່ານ​ມາ; ສະ​ເໜີ​ໃຫ້ 2 ຝ່າຍ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ ແລະ ​ຄວາມ​ຮັບ​ຮູ້​ລວ​ມສຳ​ຄັນ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ ກ່ຽວ​ກັບ​ການ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ໃຫ້​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັ​ບ​ສົນ​ຂຶ້​ນ​ເຕີ່ມ; ຊຸກຍ​ູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຢູ່​ທະ​ເລ​ບັນ​ລຸ​​ຄວາມ​ຄືບ​ໜ້າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ 2 ຝ່າຍ​ພ້ອມ​ກັບ​ອາຊຽນ ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ໃນ​ພາກ​ພື້ນ.

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ​ຫວາງອ​ີ ໄດ້​ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ພື້ນ, ທ່ານ ວາງອ​ີ ຖື​ວ່າ, ຈີນ ແລະ ອາ​ຊຽນ ລ້ວນ​ແຕ່​ມີ​ຄວາມ​ຕ້ອງ​ການ​ຮັກ​ສາ​ສັນ​ຕ​ິ​ພາບ, ຮ່ວມ​ມື, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​.

ຂ່າວ/ບົດ​ອື່ນ