ຫວຽດນາມຈະຕ້ອນຮັບປະມຸກລັດ ມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຫຼາຍສຸດນັບແຕ່ກ່ອນມາ

(VOVWORLD) -  ວິສາຫະກິດ ແລະ ການປະຕິວັດ ອຸດສາຫະກຳຄັ້ງທີ 4”. ຕາມແຈ້ງການຂອງ WEF ແລ້ວ, ຈະມີປະມຸກລັດຂອງ 8 ປະເທດອາຊຽນເຂົ້າຮ່ວມ, ໃນນັ້ນມີ ປະທານາທິບໍດີ ຟີລິບປິນ...
ຫວຽດນາມຈະຕ້ອນຮັບປະມຸກລັດ ມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຫຼາຍສຸດນັບແຕ່ກ່ອນມາ - ảnh 1 ພາບປະກອບ

ວັນທີ 9 ສິງຫາ, ຄະນະຈັດຕັ້ງເວທີປາໄສເສດຖະກິດໂລກ (WEF) ໃຫ້ຮູ້ວ່າ: ປະມຸກລັດ ມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບສະມາຄົມປະຊາຊາດ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ນະຄອນຫຼວງຮ່າໂນ້ຍ, ໃນເດືອນ ກັນຍາທີ່ຈະມາເຖິງນີ້ແມ່ນ ຫຼາຍສຸດນັບແຕ່ກ່ອນມາ, ເພື່ອປຶກສາຫາລືກັນໃນຫົວຂໍ້: “ອາຊຽນ 4.0: ວິສາຫະກິດ ແລະ ການປະຕິວັດ ອຸດສາຫະກຳຄັ້ງທີ 4”. ຕາມແຈ້ງການຂອງ WEF ແລ້ວ, ຈະມີປະມຸກລັດຂອງ 8 ປະເທດອາຊຽນເຂົ້າຮ່ວມ, ໃນນັ້ນມີ ປະທານາທິບໍດີ ຟີລິບປິນ; ນາຍົກລັດຖະມົນຕີ ມາເລເຊຍ; ການນຳ Aung San Suu Kyi ຂອງມຽນມາ; ນາຍົກລັດຖະມົນຕີ ສິງກະໂປ; ນາຍົກລັດຖະມົນຕີ ກຳປູເຈຍ…

ຄາດວ່າເວທີປາໄສຈະຈັດຂຶ້ນໃນລະຫວ່າງວັນທີ 11-13 ກັນຍາ ທີ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງບັນດາການນຳວິສາຫະກິດ, ລັດຖະບານ, ພົນລະເຮືອນສັງຄົມ, ສື່ມວນຊົນຈຳນວນ 800 ກວ່າຄົນ ເພື່ອຮ່ວມປຶກສາຫາລືຫຼາຍໆບັນຫາສາກົນໃນປັດຈຸບັນ, ນັບແຕ່ຄວາມຂັດແຍ່ງທາງດ້ານການເມືອງຕະຫຼອດຮອດການຄຸ້ມຄອງບໍລິຫານວິສາຫະກິດ, ການນຳໃຊ້ແຮງງານໃນສະພາບການແຫ່ງການປະຕິວັດອຸດສະຫະກຳຄັ້ງທີ 4. ບັນດາການນຳຈະໄດ້ປຶກສາຫາລືກັນກ່ຽວກັບຫຼາຍບັນຫາຢ່າງລະອຽດ, ໃນນັ້ນມີ ຄວາມດຸ່ນດ່ຽງອຳນາດໃໝ່ຢູ່ທະວີບອາຊີ, ອະນາຄົດກ່ຽວກັບວຽກງານຢູ່ອາຊຽນ, ແງ່ຫວັງຂອງເສດຖະກິດອາຊີ, ການຊຸກຍູ້ປະຊາຄົມເສດຖະກິດອາຊຽນ, ພ້ອມກັບຫຼາຍບັນຫາກ່ຽວກັບເຕັກໂນໂລຊີໃນພື້ນຖານເສດຖະກິດດິຈິຕອນ. 

ຕອບກັບ

ຂ່າວ/ບົດ​ອື່ນ