ຫວຽດນາມຈະພັດທະນາ ທ່າກຳປັ່ນທະເລທ່ອງທ່ຽວລະດັບສາກົນ

ຫວຽດນາມຈະພັດທະນາ ທ່າກຳປັ່ນທະເລທ່ອງທ່ຽວລະດັບສາກົນ - ảnh 1
ແຂກທ່ອງທ່ຽວສາກົນມາທ່ອງທ່ຽວຫວຽດນາມດ້ວຍທາງເຮືອ
(ພາບ: baomoi)

(vovworld)- ຫວ່າງ​ແລ້ວ​ນີ້, ລັດຖະບານ​ຫວຽດນາມ​ຫາ​ກໍ​ເຊັນ​ອະນຸມັດ​ການ​ດັດ​ປັບ​ແຜນ​ກຳນົດ​ພັດທະນາລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ຫວຽດນາມ​ເຖິງ​ປີ 2020, ກຳນົດ​ທິດ​ເຖິງ​ປີ 2030. ​ໃນ​ຈຳນວນ 6 ກຸ່ມ ທ່າ​ກຳ​ປັ່ນ​ທະ​ເລຖືກ​ວາງ​ແຜນ​ກຳນົດ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໃຕ້, ບັນດາ ທ່າ​ກຳ​ປັ່ນ​ ຮ່ອນ​ກາຍ ​ແຂວງ​ກວາງ​ນິງ, ​ເຈີ​ນ​ໄມ ​ແຂວງ​ເທື່ອ​ທຽນ​ເຫ້ວ, ຕຽນ​ຊາ ນະຄອນ​ດາ​ນັ້ງ, ​ເດີມ​ມົນ ​ແລະ ຍາ​ຈາງ ​ແຂວງ ​ແຄ້ງ​ຮ່ວາ, ຊາວ​ມາຍ-​ເບັ້ນ​ດິງ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຖືກ​ວາງ​ແຜນ​ກຳນົດ​ເປັນ ທ່າ​ກຳ​ປັ່ນ​ຮັບ​ໃຊ້​ການພັດທະນາ​ການທ່ອງທ່ຽວກຳ​ປັ່ນ​ທະ​ເລ. ຂະ​ແໜງ​ທ່ອງ​ທ່ຽວ​ພວມ​ຕັ້ງໜ້າຊຸກຍູ້​ການ​ໂຄສະນາ​ການທ່ອງທ່ຽວ​ທະ​ເລ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ພິ​ເສດ, ​ເປີດ​ກ້ວາງ​ຕະຫຼາດ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ, ພັດທະນາ​ການທ່ອງທ່ຽວ​ເຂດ​ທະ​ເລ​ໝູ່​ເກາະ​ຢ່າງ​ແຂງ​ແຮງ, ​ແນ​ໃສ່​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ, ປະຫວັດສາດ, ພາບ​ພົດ​ຫວຽດນາມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ປະ​ເທດ​ ​ແລະ ສາກົນ. 

ຂ່າວ/ບົດ​ອື່ນ