ຫວຽດນາມຈະເປັນເຈົ້າພາບຈັດຕັ້ງກອງປະຊຸມເວທີປາໄສຄົນພິການພາກພື້ນອາຊີປາຊີຝິກປີ 2014

ຫວຽດນາມຈະເປັນເຈົ້າພາບຈັດຕັ້ງກອງປະຊຸມເວທີປາໄສຄົນພິການພາກພື້ນອາຊີປາຊີຝິກປີ 2014 - ảnh 1
ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 21/11
(ພ​າບ: laodong.com.vn)

(vovworld) - ກອງ​ປະຊຸມ​ເວທີ​ປາ​ໄສ​ຄົນ​ພິການ​ພາກ​ພື້ນ​ອາຊີ​ປາຊີ​ຝິກ (APDF) ປີ 2014 ​ໂດຍ​ສະຫະ​ສະມາຄົມຄົນ​ພິການຫວຽດນາມ ​ແລະ ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ​ຂຶ້ນ, ຈະ​ດຳ​ເນີນ​ແຕ່​ວັນ​ທີ 26-29/11. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ສິດ​ຂອງ​ຄົນ​ພິການ​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ ປາຊີ​ຝິກ, ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ທົ່ວ​ສັງຄົມ. ມີ​ຄົນ​ພິການ​ປະມານ 500 ຄົນ, ​ໃນ​ນັ້ນ​ມີຄົນ​ພິການ​ຕ່າງປະ​ເທດ 300 ຄົນທີ່​ມາ​ຈາກ 42 ປະ​ເທດ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ທ່ານ​ນາງ ດັ້ງ​ຮີ່ວນມາຍ, ປະທານສະຫະ​ສະມາຄົມຄົນ​ພິການຫວຽດນາມ, ​ໃຫ້​ຮູ້​ວ່າ, ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ເວທີ​ປາ​ໄສ, ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຕ່າງໆ​ຢູ່​ນອກ​ກອງ​ປະຊຸມ​ຕື່ມ​ອີກ​ຄື: ງານ​ວາງສະ​ແດງ​ແນະນຳ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຄົນ​ພິການ​ຕ່າງໆ, ​ຈັດການທ່ອງທ່ຽວ​ເພື່ອ​ແນ​ໃສ່​ໂຄສະນາກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ລາຍການ​ຍ່າງ​ຕອບ​ສະໜອງ​ວັນ​ສາກົນ​ຄົນ​ພິການ; ຈັດ​ຮອບ​ຊິງ​ຊະນະ​ເລີດ​ໃນ​ງານ​ປະ​ກວດ​ສຽງ​ເພງ​ຄົນ​ພິການ​ຫວຽດນາມ.

ຂ່າວ/ບົດ​ອື່ນ