ຫວຽດນາມຊຸກຍູ້ການພົວພັນຮ່ວມມືຮອບດ້ານ ກັບ ເອີຣົບ

(VOVWORLD) - ໂດຍຕອບສຳພາດຕໍ່ນັກຂ່າວ ກ່ອນການຢ້ຽມຢາມ ແບນຊິກ ແລະ ສະຫະພາບ ເອີຣົບ (EU) ຂອງ ທ່ານນານຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ແຕ່ວັນທີ 16-19 ຕຸລາ, 
ຫວຽດນາມຊຸກຍູ້ການພົວພັນຮ່ວມມືຮອບດ້ານ ກັບ ເອີຣົບ - ảnh 1 ທ່ານ ຫວູ ແອັງ ກວາງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ (ພາບ: TTXVN)

ທ່ານ ຫວູ ແອັງ ກວາງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ຄຽງຂ້າງ EU, ໃຫ້ຮູ້ວ່າ: ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມື ອາຊີ - ເອີຣົບ (ASEM) ຄັ້ງທີ 12, ຈັດຂຶ້ນທີ່ ບຣຸກແຊນ ເປັນເວລາສອງວັນ ແຕ່ວັນທີ 18-19 ຕຸລາ. ທ່ານເອກອັກຄະລັດຖະທູດ ຫວູ ແອັງ ກວາງ ເນັ້ນໜັກວ່າ: ຫວຽດນາມ ຖື ຕໍ່ບົດບາດ ຂອງເວທີປາໄສສຸດຍອດ ASEM ເປັນສຳຄັນ. ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະມີບົດກ່າວປາໄສທີ່ສໍາຄັນໃນວາລະປະຊຸມທຳອິດ, ໃນນັ້ນໄດ້ຍົກໃຫ້ເຫັນ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະ ຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ ອາຊີ - ເອີຣົບ. ພ້ອມກັນນັ້ນ, ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຈະມີການພົບປະກັບປະມຸກລັດ ແລະ ນາຍົກລັດຖະມົນຕີ ບັນດາປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ.

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະເຈລະຈາກັບທ່ານປະທານ ຄະນະກຳມະການ ເອີຣົບ Jaen-Claude Juncker, ພົບປະ ທ່ານປະທານລັດຖະສະພາ ເອີຣົບ Antanio Tajani, ຕ້ອນຮັບປະທານຄະນະກຳມະການ ການຄ້າສາກົນ, ລັດຖະສະພາ ເອີຣົບ Bernd Lange ເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ ກັບ EU. ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ກັບ EU - ໜຶ່ງໃນບັນດາສູນ ເສດຖະກິດ - ການເມືອງ ແຖວໜ້າໃນໂລກຫຼາຍຂົ້ວ - ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດ ແລະ ມີຄວາມສຳຄັນຍຸດທະສາດ ໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງສາກົນຂອງ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫວູ ແອັງ ກວາງ ຢັ້ງຢືນວ່າ: ການຢ້ຽມຢາມທາງລັດຖະກິດ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຈະເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ແບນຊິກ ກໍ່ຄືການພົວພັວຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU.

ຕອບກັບ

ຂ່າວ/ບົດ​ອື່ນ