ຫວຽດນາມຊ່ວຍລາວກໍ່ສ້າງສູນຜ່າຕັດປິ່ນປົວຟື້ນຟູອະໄວຍະວະ

    ຫວຽດນາມຊ່ວຍລາວກໍ່ສ້າງສູນຜ່າຕັດປິ່ນປົວຟື້ນຟູອະໄວຍະວະ - ảnh 1
ພິທີເລີ່ມລົງມືກໍ່ສ້າງສູນ ຜ່າຕັດປິ່ນປົວຟື້ນຟູອະໄວຍະວະ

(vovworld)- ວັນ​ທີ 28/8, ຢູ່ບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນໄດ້ ຈັດພິທີເລີ່ມລົງມືກໍ່ສ້າງສູນ ຜ່າຕັດປິ່ນປົວຟື້ນຟູອະໄວຍະວະໃຫ້ແກ່ທະຫານເສຍອົງຄະ ແລະ ຄົນພິການ. ໂຄງການນີ້ໄດ້ຮັບການ ກໍ່ສ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານ​ຫວຽດນາມ​ທີ່​ສະຫງວນ​ໃຫ້​ແກ່​ລັດຖະບານ​ລາວ​ດ້ວຍ​ຍອດ​ເງິນ​ລົງທຶນ​ກວ່າ 48 ຕື້​ດົງ. ຄາດ​ວ່າ ​ໂຄງການ​ຈະ​ເຂົ້າສູ່​ການ​ເຄື່ອນ​ໄຫວ​ໃນ​ປີ 2016. ກ່າວ​ຄຳ​ເຫັນ​ທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ສະຫວັດດີ​ການ​ສັງຄົມລາວ ​ໃບ​ຄຳ​ ຂັດຕິຍະ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ​ເວົ້າ​ລວມ ​ແລະ ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ເວົ້າ​ສະ​ເພາະ ຊຶ່ງ​ໄດ້​ໜູນ​ຊ່ວຍ​ກໍ່ສ້າງ​ໂຄງການ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່ທະຫານເສຍອົງຄະ ແລະ ຄົນພິການມີ​ເງື່ອນ​ໄຂ​ຟື້ນ​ຟູ​ສຸຂະພາບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ, ປະກອບສ່ວນ​ເພີ​່ມພູນ​ຄູນ​ສ້າງສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ-ຫວຽດນາມ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ. 

ຂ່າວ/ບົດ​ອື່ນ