ຫວຽດນາມຍົກສູງການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ຫວຽດນາມຍົກສູງການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ - ảnh 1
ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ ສ​ປ​ຊ ເຮັດ​ໜ້າ​ທີ່​ຢູ່​ບ້ານ  Majdal Shams ໃນ​ພູ​ພຽງ Golan, ຊາຍ​ແດນ ອິດ​ສະ​ຣາ​ແອນ - ຊີ​ຣີ
 (ພາບ: AFP/TTXVN)

(vovworld) - ​ແຕ່​ວັນ​ທີ 20-21/10, ຢູ່​ສຳນັກງານ ສະຫະ​ປະຊາ​ຊາດ (ສປຊ) ທີ່​ນະ​ຄອນ ນິວຢອກ, ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ “ສຳ​ຫຼວດກວດຄືນ​ການ​ເຄື່ອນ​ໄຫວ​ສັນຕິພາບທັງ​ໝົດ​ຢ່າງຮອບດ້ານ“ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 71 ຄະນະ​ກຳມະການ​ການ​ເມືອງ​ພິ​ເສດ ​ແລະ ປອດ​ຫົວ​ເມືອງ​ຂຶ້ນ, ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 71. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ ຫວຽດນາມ ປະ​ຈຳ ສປຊ, ຢືນຢັນ​ວ່າ, ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ມີ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ຊ່ວຍ​ສ້າງ​ສະພາບ​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ. ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ​ໃນ​ປະຈຸ​ບັນ. ສປຊ ຈຳ​ເປັນ​ຕ້ອງ​ຍົກ​ສູງ​ບັນດາ​ຫຼັກການ​ພື້ນຖານ​ຄື: ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ, ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ທີ່​ກ່ຽວຂ້ອງ, ຮັບປະກັນ​ພາ​ວະວິ​ໄສ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເວັ້ນ​ເສຍ​ແຕ່​ຈຸດປະສົງ​ປ້ອງ​ກັນ​ຕົວ​ເອງ ​ແລະ ປົກ​ປັກ​ຮັກສາ​ພາລະ​ໜ້າ​ທີ່​ຂອງ​ຄະນະ​ຜູ້​ແທນ​ສັນທະ​ວະ​ໄມຕີ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ແມ່ນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ. ຫວຽດນາມ ​ເລີ່​ມຈັດ​ສົ່ງ​ນາຍ​ທະຫານ​ຕິດ​ຕໍ່ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ແຕ່​ປີ 2014 ​ແລະ ພວມ​ຕັ້ງໜ້າ​ກະກຽມ​ຈັດ​ສົ່ງ​ບັນດາ​ກົມ​ກອງ​ການ​ແພດ, ທະຫານ​ຊ່າງ​ແສງ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ