ຫວຽດນາມ-ຍີ່ປຸນຍູ້ແຮງ ການຮ່ວມມືວິທະຍາສາດ ເຕັກໂລໂນຊີໃນຂະແໜງ ກະສິກຳ


ຫວຽດນາມ-ຍີ່ປຸນຍູ້ແຮງ ການຮ່ວມມືວິທະຍາສາດ ເຕັກໂລໂນຊີໃນຂະແໜງ ກະສິກຳ - ảnh 1
(ພາບ:vov)

(vovworld)-​ ​ ແຂວງ Ibaraki (ຍີ່​ປຸນ) ຈະ​ໜູນ​ຊ່ວຍ​ສູງ​ສຸດ​ໃຫ້​ແກ່​ກະ​ສິກຳ ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມືວິ​ທະ​ຍາ​ສາດ​ເຕັກ​ໂລ​ໂນ​ຊີ ໃນ​ຂົງ​ເຂດ​ກະ​ສິ​ກຳ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ການ​ເຮັດ​ວຽກໃນວັນ​ທີ ​20/8, ລະ​ຫ​ວ່າງ ທ່ານ​ເຈິນ​ຫວຽດ​ແທງ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂລ​ໂນ​ຊີ  ແລະ ທ່ານ​ດ່​ວານ​ຊວນ​ຮືງ ເອກ​ອັກ​ຄະ​ລັດຖະ​ທູດ ຫວຽດ​ນາມ ປະ​ຈຳ​ ຍີ່​ປຸນ  ກັບ​ທ່​ານ Masaru Hashimoto  ເຈົ້າ​ແຂວງ​ ແຂວງ Ibaraki ທີ່​ການ​ເຮັດ​ວຽກ, ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ ທ່ານ​ເຈິນ​​ຫວຽດ​ແທງ​ ສະ​ເໜີ​ໃຫ້​ແຂວງ Ibaraki ໜູນ​ຊ່ວຍ​ບັນ​ດາການ​ເຄື່ອນ​ໄຫວ​ຮ່ວມ​ມືວິ​ທະ​ຍາ​ສາດ​ເຕັກ​ໂລ​ໂນ​ຊີໃນ​ຂະ​ແໜງກະ​ສິກຳ ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ກະ​ສິກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ເປັນຈຸດ​ສຸມຢູ່ ຫວຽດ​ນາມ. ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ທ່ານ​ເຈິນ​ຫວຽດ​ແທງ ກໍ່​ສະ​ເໜ​ີ​ແຂວງ Ibaraki ໜູນ​ຊ່ວຍ ຫວຽດ​ນາ​ມ​ໃນ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດວິ​ທະ​ຍາ​ສາດ​ເຕັກ​ໂລ​ໂນ​ຊີ, ກຳ​ລັງຄວາມ​ສາ​ມາດຄຸ້ມ​ຄອງແລະ ຄວາມ​ສາ​ມາດ​ສົ່ງ​ອອກ​ບັນ​ດາ​ສິນ​ຄ້າ​ກະ​ສິກຳ ຫວຽດ​ນາມ​ໃນ​ອາ​ນາຄົດ.
ຂ່າວ/ບົດ​ອື່ນ