ຫວຽດນາມຍາດໄດ້ລາງວັນທີ 1 ທົ່ວຄະນະໃນງານປະກວດສີມີແຮງງານອາຊຽນ

ຫວຽດນາມຍາດໄດ້ລາງວັນທີ 1 ທົ່ວຄະນະໃນງານປະກວດສີມີແຮງງານອາຊຽນ - ảnh 1
(ກອງ​ປະຊຸມ​ຄະນະ​ຈັດ​ຕັ້ງ​ເຕັກນິກຄັ້ງ​ທີ 3
ງານ​ປະ​ກວດ​ສີ​ມີ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ປີ 2014)

(vovworld) – ດ້ວຍ​ຜົນງານ 15 ຫຼຽນ​ຄ​ຳ, ຫວຽດນາມ ຍາດ​ໄດ້ລາງວັນ​ທີ 1 ທົ່ວ​ຄະນະ ໃນງານ​ປະ​ກວດ​ສີ​ມີ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ປີ 2014. ນີ້​ແມ່ນ​ແຫຼ​ງຂ່າວ​ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຄະນະ​ຈັດ​ຕັ້ງ​ເຕັກນິກຄັ້ງ​ທີ 3 ງານ​ປະ​ກວດ​ສີ​ມີ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ປີ 2014, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ. ອິນ​ໂດ​ເນ​ເຊຍ ຍາດ​ໄດ້​ລາງວັນ​ທີ 2 ​ແລະ ມາ​ເລ​ເຊຍ ຍາດ​ໄດ້ລາງວັນ​ທີ 3 ​ໃນທົ່ວ​ຄະນະ. ທ່ານ ​ເຢືອງດຶກ​ເລີນ, ຫົວ​ໜ້າ​ກົມ​ສອນ​ວິຊາ​ຊີບ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງງານ​ປະ​ກວດ​ສີ​ມີ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 10 ປີ 2014, ​ໃຫ້​ຮູ້​ວ່າ.

        “ຫວຽດນາມ ຍາດ​ໄດ້​ອັນ​ດັບ​ໜຶ່ງ​ທົ່ວ​ຄະນະຢ່າງ​ສິ້ນ​ເຊີງ, ບັນດາ​ປະ​ເທດ​ຍາດ​ໄດ້​ທີ 2 ທີ 3 ​ໄດ້​ຫຼຽນ​ຄຳ​ພຽງ​ແຕ່ 8 9 ຫຼຽນ​ເທົ່າ​ນັ້ນ. ​ເວົ້າ​ລວມ​ແລ້ວ, ຄົນ​ງານ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຄົນ​ງານ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ທັກ​ສະ”.

        ກ່ຽວຂ້ອງ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ, ສອນ​ວິຊາ​ຊີບ​ເພື່ອ​ໃຫ້​ຄົນ​ງານ​ຫວຽດນາມ ມີ​ທັກ​ສະ​ເຮັດ​ວຽກ​ຕໍ່​ໜ້າ​ຈຸດ​ເວລາ​ເຊື່ອມ​ໂຍງອາ​ຊຽນ 2015 ​ແລະ ສັນຍາ TPP ທີ່​ຈະ​ໄດ້​ລົງ​ນາມ, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃນ​ຕອນ​ເຊົ້າ​ວັນ​ທີ 28/10, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮຽກ​ຮ້ອງ​ໃຫ້ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ  ປ່ຽນ​ໃໝ່​ວຽກ​ງານ​ບຳລຸງ​ວິຊາ​ຊີບ​ໂດຍພື້ນຖານ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກວດກາ​ນຄືນ, ປັບປຸງ​ແຜນ​ສັງ​ລວມ​ເຄືອ​ຂ່າຍ​ຮາກ​ຖານ​ສອນ​ວິຊາ​ຊີບ.

ຂ່າວ/ບົດ​ອື່ນ