ຫວຽດນາມຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ອົດສະຕາລີ

(VOVWORLD) -ວັນທີ 17 ສິງຫາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານກົງສູນຫວຽດນາມ ຢູ່ Sydney ຈັດຕັ້ງລາຍການໂຄສະນາການທ່ອງທ່ຽວຫວຽດນາມ ເຖິງປະຊາຊົນອົດສະຕາລີ. 

ຫວຽດນາມຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ອົດສະຕາລີ - ảnh 1ທ່ານ ໂງຮ່ວາຍຈູງ, ຮອງຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມກ່າວຄຳເຫັນທີ່         ການໂຄສະນາ 

ພາບ:ກົມໃຫຍ່ທ່ອງທ່ຽວ

ນັບແຕ່ປີ 2012 ເປັນຕົ້ນມາ, ນີ້ເປັນຄັ້ງທີ 3 ທີ່ກົມໃຫຍ່ທ່ອງທ່ຽວຫວຽດນາມ ເລືອກເຟັ້ນນະຄອນ Sydney ແມ່ນສະຖານທີ່ຈຸດສຸມເພື່ອແນໃສ່ໂຄສະນາກ່ຽວກັບຄວາມສວຍງາມຂອງປະເທດຊາດ, ປະຊາຊົນ ກໍ່ຄືບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມ ເຖິງປະຊາຊົນ ອົດສະຕາລີ. ກ່າວຄຳເຫັນທີ່ລາຍການໂຄສະນາ, ທ່ານ ໂງຮ່ວາຍຈູງ, ຮອງຫົວ      ຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຊີ້ໃຫ້ເຫັນບັນດາທ່າໄດ້ປຽບຂອງທ່ອງທ່ຽວຫວຽດນາມ, ແມ່ນປະເທດມີສັນຕິພາບ, ມີຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ປະຊາຊົນແມ່ນຜູ້ມີຄວາມໃກ້ຊິດສະຫນິດສະຫນົມ ແລະ ຮັກແພງແຂກຄົນ. ທ່ານ ໂງຮ່ວາຍຈູງ ເນັ້ນຫນັກວ່າ: ເຖິງວ່າ ຫວຽດນາມ ແລະ ອົດສະຕາລີ ຫ່າງໄກກ່ຽວກັບພູມສັນຖານກໍຕາມ, ແຕ່ໃນຕະຫລອດ 44 ປີຜ່ານມາ, ການພົວພັນທາງການທູດລະຫວ່າງສອງປະເທດໄດ້ມີການພັດທະນາ ແລະ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການພົວພັນແລກປ່ຽນດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຊຸກຍູ້ຈາກລັດຖະບານສອງປະເທດ.

ທີ່ລາຍການໂຄສະນາ, ບັນດາວິສາຫະກິດທ່ອງທ່ຽວ, ດຳເນີນທຸລະກິດໂຮງແຮມຂອງສອງປະເທດ ໄດ້ແລກປ່ຽນບົດຮຽນ, ທ່າແຮງແລະ ຍຸດທະສາດດຶງດູດແຂກທ່ອງທ່ຽວຂອງແຕ່ລະຝ່າຍ, ກໍຄືຊອກຫາບັນດາຄູ່ຮ່ວມມືໃຫມ່ເພື່ອພ້ອມກັນພັດທະນາໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ