ຫວຽດນາມຕັ້ງຫນ້າຊຸກຍູ້ຂົງເຂດບຸລິມະສິດຂອງອາຊຽນກ່ຽວກັບການຮ່ວມມືທະເລ

ຫວຽດນາມຕັ້ງຫນ້າຊຸກຍູ້ຂົງເຂດບຸລິມະສິດຂອງອາຊຽນກ່ຽວກັບການຮ່ວມມືທະເລ - ảnh 1
ທ່ານເລຫາຍບີງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ
photo:internet


(vovworld)- ວັນ​ທີ 21/8, ທີ່​ກອງ​ປະຊຸມ​ຂ່າວ​ປະ​ຈຳ​ເດືອນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ ​ເລ​ຫາຍ​ບີ​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ປະກາດການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສຳຄັນ​ຈຳນວນ​ຫນຶ່ງ​ຂອງ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ເວທີ​ປາ​ໄສ​ທະ​ເລ ອາ​ຊຽນ ຄັ້ງ​ທີ 5 ​ແລະ ​ເວທີ​ປາ​ໄສ​ທະ​ເລ ອາ​ຊຽນ ​ເປີດ​ກວ້າງ ຄັ້ງ​ທີ 3, ຊື່​ງຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 26 -28/8 ຢູ່ ນະ​ຄອນ ດາ​ຫນັງ. ທ່ານ ຟ້າ​ມກວາງ​ວີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ນີ້.

        “​ເລື່ອງ ຫວຽດນາມ ​ເປັນ​ເຈ​ົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ ທະ​ເລ ອາ​ຊຽນ ຄັ້ງ​ທີ 5 ​ແລະ ​ເວທີ​ປາ​ໄສ ອາ​ຊຽນ ​ເປີດ​ກວ້າງ ຄັ້ງ​ທີ 3 ​​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ບົດບາດຄວາມ​ຮັບຜິດຊອບ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ກໍ​ຄື​ບຸລິມະສິດ​ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຮ່ວມ​ມື​ທະ​ເລ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ທີ່​ເວທີ​ປາ​ໄສນີ້, ບັນດາ​ປະ​ເທດ ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ, ການ​ຮ່ວມ​ມື​ບົນ​ທະ​ເລ​ໃນ​ໄລຍະ​ຜ່ານ​ມາ, ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມຂອງ​ເວທີ​ປາ​ໄສ​ກໍ​ຄື​ບັນດາ​ການ​ກຳນົດ​ທິດ​ຮ່ວມ​ມື​ໃນ​ອະນາຄົດ.”

 

ຂ່າວ/ບົດ​ອື່ນ