ຫວຽດນາມຕັ້ງໜ້າກະກຽມໃຫ້ແກ່ກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ

(VOVWORLD) -ຕອນເຊົ້າວັນທີ 18 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ຈັດກອງປະຊຸມຄະນະຊີ້ນຳຂອງກະຊວງກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ ເພື່ອແນໃສ່ກວດກາວຽກງານກະກຽມ ແລະ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຂອງກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ
ຫວຽດນາມຕັ້ງໜ້າກະກຽມໃຫ້ແກ່ກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ - ảnh 1ທ່ານພົນໂທ ຫງວຽນຈີ້ວີ້ງ ເປັນປະທານກອງປະຊຸມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ້ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຢືນຢັນວ່າ : ກົມການເມືອງສູນກາງພັກ ໄດ້ເຫັນດີກ່ຽວກັບແຜນນະໂຍບາຍເພື່ອໃຫ້ກະຊວງປ້ອງກັນປະເທດ ຜັນຂະຫຍາຍກອງກຳລັງຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສ.ປ.ຊ. ບົນພື້ນຖານນັ້ນ, ກະຊວງປ້ອງກັນປະເທດ ໄດ້ເຫັນດີຕໍ່ແຜນນະໂຍບາຍຈັດສົ່ງກອງກຳລັງຊ່າງແສງ ເພື່ອທົດແທນກອງກຳລັງຊ່າງແສງຂອງລາຊະອານາຈັກອັງກິດໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ