ຫວຽດນາມຕັ້ງໜ້າຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງອິນເດຍ - ອາຊຽນ

ຫວຽດນາມຕັ້ງໜ້າຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງອິນເດຍ - ອາຊຽນ - ảnh 1
ທ່ານ ລັດຖະມົນຕີການຕ່າງປະເທດ ອິນເດຍ
V. K Singh ກ່າວຄຳເຫັນທີ່ເວທີປາໄສ
. (ພາບ: uniindia.com)

(vovworld) - ​ເວທີ​ປາ​ໄສ​ເສດຖະກິດ​ອິນ​ເດຍ - ອາຊຽນຄັ້ງ​ທີ 5 ດຳ​ເນີນ​ໃນ​ວັນ​ທີ 8/7, ຢູ່​ໂຮງ​ແຮມ Taj Mahal ຢູ່​ໃຈກາງ​ນະຄອນ​ຫລວງຂອງ​ ອິນ​ເດຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽ​ດນາມ​ປະຈ ຳ​ອິນ​ເດຍ ​ໂຕນ​ຊິງ​ແທ່ງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ອາຊຽນ - ອິນ​ເດຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ໂຕນ​ຊິງ​ແທ່ງ ​ຢືນຢັນ​ວ່າ, ຫວຽດນາມ​ຈະ​ຕັ້ງໜ້າ​ຮ່ວມ​ມື, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້​ນ​ແຟ້ນກວ່າລະຫວ່າງ​ ອິນ​ເດຍ ​ແລະ ອາ​ຊຽນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ ​ແລະ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ​ຂອງ​ທັງ​ ອິນ​ເດຍ ​ແລະ ອາ​ຊຽນ, ​ເຂົ້າ​ບັນດາ​ອົງການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ເລື່ອງ​ຕີ​ລາຄາ​ການ​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ.

        ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ສະຫະ​ສະມາຄົມ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ​ແລ້ວ, ຍອດ​ວົງ​ເງິນການ​ຄ້າ​ລະຫວ່າງ ອິນ​ເດຍ ​ແລະ ອາ​ຊຽນ ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ​​ເທົ່າ, ຈາກ​ລະດັບ 21 ຕື້ USD ໃນ​ໄລຍະ 2005-2006 ​ເພີ່ມ​ຂຶ້ນ 65 ຕື້ USD ໃນ​ໄລຍະ 2015-2016.

 

ຂ່າວ/ບົດ​ອື່ນ