ຫວຽດນາມຕັ້ງໜ້າປະກອບຄຳເຫັນທີ່ກອງປະຊຸມລັດຖະມົນຕີວິທະຍາສາດອາຊຽນ+3

ຫວຽດນາມຕັ້ງໜ້າປະກອບຄຳເຫັນທີ່ກອງປະຊຸມລັດຖະມົນຕີວິທະຍາສາດອາຊຽນ+3 - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 19 – 23/10, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ເຈີ​ນກ໋ວກ​ແຄ໋ງ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຕ່າງໆ ​ແລະ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າ​ງຕັ້ງໜ້າ, ພິ​ເສດ​ແມ່ນ​ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ວິທະຍາ​ສາດ ອາ​ຊຽນ +3 (ອາ​ຊຽນ ​ແລະ ຍີ່ປຸ່ນ, ສ.​ເກົາ​ຫຼີ, ຈີນ), ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ Daejeon, ສ.​ເກົາຫຼີ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມລັດຖະມົນຕີ​ວິທະຍາ​ສາດ ອາ​ຊຽນ +3 , ທ່ານ ເຈີ​ນກ໋ວກ​ແຄ໋ງ ​ໄດ້​​ແນະນຳ​ບັນດາ​ມາດ​ຕະການ​ແກ້​ໄຂສຳຄັນ ​ເຊິ່ງລັດຖະບານ​ຫວຽດນາມ ພວມ​ສຸມ​ໃສ່​ປັບປຸງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ບັນດາຈຸດໝາຍ​ພັດ​ທະ​ນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່ມ​​ແນ​ໃສ່​ເພີ່ມ​ທະວີ​ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊຽນ +3 ກ່ວາ​ອີກ. ຫວຽດນາມ ຖື​ວ່າ, ບັນດາ​ປະ​ເທດ ຄວນ​ສ້າງ​ບັນດາ​ໂຄງການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫາ​ກໍ​​ໄດ້ຮັບ​ການ​ສ້າງ​ຕັ້ງ ອີງ​ໃສ່​ການ​ປ່ຽນ​ໃໝ່​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ +3; ​ເພີ່ມ​ທະວີ​ບັນດາ​ຊ່ອງຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຄວາມ​ຮູ້​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ບັນດາ​ອົງການ​ຄົ້ນຄວ້າ​ໃນ​ອາ​ຊຽນ +3, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​​ແນ​ໃສ່ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ​ໃໝ່, ພະຍາດ… ບັນດາ​ຂໍ້​ລະ​ເລີ່​ມຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງ​ໜ້າ ຈາກ​ບັນດາ​ປະ​ເທດສະ​ມາຊິກ​ເຂົ້າ​ຮ່ວມ. ບັນດາ​ຜົນງານ ​ແລະ ຂໍ້​ລິ​ເລີ່ມ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ຈະ​​ຖືກ​ສ່ອງ​​ແສງ​ທີ່​ກອງ​ປະຊຸມ​ຄະນະ​ກຳມາທິການ​ວິທະຍາ​ສາດ​ອາ​ຊຽນ, ຄາດ​ວ່າ​ຈະ​ດຳ​ເນີນ​​ຢູ່​ລາວ​ໃນ​ເດືອນ 11 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ