ຫວຽດນາມຕັ້ງໜ້າປະກອບສ່ວນໃຫ້ແກ່ກອງປະຊຸມລັດຖະມົນຕີການເງິນ APEC 21

ຫວຽດນາມຕັ້ງໜ້າປະກອບສ່ວນໃຫ້ແກ່ກອງປະຊຸມລັດຖະມົນຕີການເງິນ APEC 21 - ảnh 1
ບັນ​ດ​າ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພ​າບ:TTXVN

(vovworld) – ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ APEC 21, ​ເຊິ່ງດຳ​ເນີນ​ແຕ່​ວັນທີ 21 – 22/10, ຢູ່​ປັກ​ກິ​ງ, ຄະນະ​ຜູ​້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ ​ເຈືອງຈິ໋ຈຸງ ນຳ​ໜ້າ ​ໄດ້​ມີຫຼາຍ​ບັນດາການ​ປະກອບສ່ວນ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV ປະຈຳ​ປັກ​ກິ​ງ, ທ່ານ​ຮອງ​ລັດຖະມົນຕີ​ ເຈືອງຈິ໋ຈຸງ ​ໃຫ້​ຮູ້​ວ່າ, ບັນດາ​ຄຳ​ເຫ​ັນປະກອບຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນ​ດາ​ລັດຖະມົນຕີ​ການ​ເງິນ APEC. ລະອຽດ​ແມ່ນ, ຫວຽດນາມ ຖື​ວ່າ, ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຄວນ​ສຸມ​ໃສ່​ຄວາມ​ມານະ​ພະຍາຍາມ​ປະຕິບັດ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຜົນ​ເສຍ​ຫາຍ​ຂອງວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກ, ປະຕິບັດ​ຈຸດໝາຍ​ເຕີບ​ໂຕ​ໄວ, ໝັ້ນຄົງ ​ແລະ ມີ​ຄວາມດຸ່ນດ່ຽງ. ຫວຽດນາມ ສະໜັບ​ສະ​ໜູນ​ການ​ນຳ​ເຂົ້າ​ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ ໃນວິວັດ​ການ​ຜັນ​ຂະຫຍາຍ​ເພື່ອ​ແນ​ໃສ່​ພັດທະນາສຳ​ເລັດ​ບັນດາ​ໂຄງການ​ຕາມ​ຮູບການ ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP) ​ໃນ​ພາກ​ພື້ນ APEC. ຫວຽດນາມ ​ໄດ້​ຍື່ນສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ​ເພື່ອ​ອະນຸມັດ​ຜ່ານ​ວິວັດ​ການ​ດັ່ງ​ກ່າວ ​ແລະ ມອບ​ໃຫ້​ບັນດາ​ຊ່ອງ​ຮ່ວມ​ມື​ທີ່ກ່ຽວຂ້ອງ​ເຖິງ APEC ພ້ອມ​ກັນ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ