ຫວຽດນາມຕິດຕາມສະພາບການພົນລະເມືອງຫວຽດນາມຢູ່ລີບີຢ່າງໃກ້ຊິດ

ຫວຽດນາມຕິດຕາມສະພາບການພົນລະເມືອງຫວຽດນາມຢູ່ລີບີຢ່າງໃກ້ຊິດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 30/7/2014, ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້ຮູ້​ວ່າ: ມີ​ພົນລະ​ເມືອງ ຫວຽດນາມ ປະມານ 1.550 ຄົນ​ພວມ​​ເຮັດ​ວຽກ​ຢູ່ ລີ​ບີ ​ໃນ​ນັ້ນສ່ວນຫຼາຍ​ແມ່ນຢູ່​ບັນດາ​ເຂດບໍ່​ທັນ​ເກີດ​ການ​ປະ​ທະ​ກັນ.

    ກ່ອນ​ໜ້າ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ​ ກໍ່​ໄດ້​ຊີ້​ນຳ​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ ລີ​ບີ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕິດຕາມສະພາບ​ການ​ຢ່າງ​​ໃກ້ຊິດ, ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ປະຈຳ​ຖີ່​ນ, ບັນດາ​ບໍລິສັດ​ພວມ​ມີ​ສັນຍາ​ກັບ​ຄົນ​ງານ ຫວຽດນາມ ​ເພື່ອ​ກຽມ​ພ້ອມສ້າງ​ເງື່ອນ​ໄຂ​ສະດວກ. ມີ​ບັນດາ​ຮູບ​ການ​ໜູນ​ຊ່ວຍ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ ຫວຽດນາມ ພວມ​ເຮັດ​ວຽກ​ຢູ່ ລີ​ບີ, ຮຽກຮ້ອງ​ສະຖາ​ນທູດ ຫວຽດນາມ ປະຈຳ ລີ​ບີ ​ເປັນ​ເຈົ້າ​ການ​​ໃນ​ການ​ຕິດ​ຕໍ່​ພົວພັນ, ປະກາດ​ໃຫ້​ພົນລະ​ເມືອງ ຫວຽດນາມ ກ່ຽວ​ກັບ​ການ​ຜັນ​ແປ​ສັບສົນ​ຢູ່ ລີ​ບີ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າພົນລະ​ເມືອງຄວນຫຼີກ​ລ້ຽງ​ບັນດາ​ເຂດ​ເກີດ​ການ​ປະ​ທະ​ກັນ ​ແລະ ມີ​ການຕິດ​ຕໍ່​ພົວພັນ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລີ​ບີ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໄດ້ຮັບ​ການ​ໜູນ​ຊ່ວຍ​ໃນ​ສະພາ​ວະສຸ​ກ​ເສີນ.

 


ຂ່າວ/ບົດ​ອື່ນ