ຫວຽດນາມຕີລາຄາສູງເລື່ອງສະພາສູງອາເມລິກາຮັບຮອງເອົາຮ່າງມະຕິຍົກເລີກໂຄງການຕິດຕາມກວດກາປາໜັງ

ຫວຽດນາມຕີລາຄາສູງເລື່ອງສະພາສູງອາເມລິກາຮັບຮອງເອົາຮ່າງມະຕິຍົກເລີກໂຄງການຕິດຕາມກວດກາປາໜັງ - ảnh 1
(ພາບປະກອບ)

(vovworld) – ​​ ​ ວັນ​ທີ 31/05, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ວັນ​ທີ 25/05 ຜ່ານ​ມາ, ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້ປ່ອນ​ບັດ​ຮັບ​ຮອງ​ເອົາ​ຮ່າງ​ມະຕິ​ສະພາ​ສູງ ​ແລະ ສະພາ​ຕ່ຳເລກທີ 28 ​ເຫັນ​ດີ​ຍົກ​​ເລີກ​ໂຄງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໂຄງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ ມາ​ຫລາຍ​ຄັ້ງ​ແລ້ວ. ນີ້​ແມ່ນ​​ໂຄງການ​ກໍ່​ຄວາມສິ້ນ​ເປືອງທີ່ບໍ່​ຈຳ​ເປັນ ​ແລະ ອາດ​ຈະ​ກາຍ​ເປັນ​ຮົ້ວ​ການ​ຄ້າ​ປອດ​ພາສີ, ລະ​ເມີດ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ຈິດ​ໃຈ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງສະພາ​ສູງ ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຮ່າງມະຕິຍົກ​ເລີກ​ໂຄງການ​ດັ່ງກ່າວ. ນີ້​ແມ່ນ​ບາດກ້າວ​ທີ່​ຖື​ກຕ້ອງ, ປະກອບສ່ວນ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ສຳລັບ​ບັນດາ​ກົນ​ໄກການ​ຄ້າ 2 ຝ່າຍ ​ແລະ ຫລາຍ​ຝ່າຍ​ກັບ ຫວຽດນາມ, ​ເໝາະ​ສົມ​ກັບ​ບາດກ້າວ​ພັດທະນາ​ໃໝ່​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​​ຜ່ານ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ຫວ່າງ​ແລ້ວ​ນີ້.

ຂ່າວ/ບົດ​ອື່ນ