ຫວຽດນາມຕ້ອນຮັບນັກທ່ອງທ່ຽວກວ່າ4,7ລ້ານເທື່ອຄົນໃນ6ເດືອນຕົ້ນປີ

ຫວຽດນາມຕ້ອນຮັບນັກທ່ອງທ່ຽວກວ່າ4,7ລ້ານເທື່ອຄົນໃນ6ເດືອນຕົ້ນປີ - ảnh 1
(ພາ​ບ​ປະ​ກອບ)

(vovworld) - ໃນ 6 ເດືອ​ນ​ຕົ້ນ​ປີ 2016, ມີນັກ​ທ່ອ​ງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ ຄາດ​ວ່າ​ບັນ​ລຸກວ່າ 4,7 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 21,3% ເມື່ອ​ທຽບ​ໃສ່​ໄລ​ຍ​ະ​ດຽວ​ກັນ​ຂອງ​ປີ 2015. ພ້ອ​ມ​ກັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ຂະ​ແໜງ​ທ່ອ​ງ​ທ່ຽວ​ຫວຽດ​ນ​າມ ໄດ້​ຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະ​ມານ 32 ລ້ານ​​ເທື່ອ​ຄົນ. ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ຄາດ​ວ່າ​ບັນ​ລຸກວ່າ 200.000 ຕື້​ດົງ. ໄລ​່​ສະ​ເພາະ​ເດືອນ 06/2016, ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ ຄາດ​ວ່າກວ່າ​ 700.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 30% ເມື່ອ​ທ​ຽບ​ໃສ່​ເດືອນ 06/2015. ໝາກ​ຜົນ​ນີ້​ແມ່ນ​ປັດ​ໃຈ​ເພື່ອ​ສຳ​ເລັດ​ຄາດ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽ​ວ​ສາ​ກົນ 8,5 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້​ນັກ​ທ່ອງ​ທ່ຽ​ວ​ພາຍ​ໃນ​ປະ​ເທດ 60 ລ້ານ​ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ