ຫວຽດນາມຕອບສະໜອງວັນທ່ອງທ່ຽວໂລກ2015

ຫວຽດນາມຕອບສະໜອງວັນທ່ອງທ່ຽວໂລກ2015 - ảnh 1
ວັນ​ທ່ອງ​ທ່ຽວ​ໂລກ​ປີ 2015 (ພາບປະກອບ)

(vovworld) - ​ ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຫາ​ກໍ​ສົ່ງ​ເອກະສານລັດຖະການ​ເຖິງ​ພະ​ແນ​ກ ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ບັນດາ​ແຂວງ, ນະຄອນ ຂຶ້ນ​ກັບ​ສູນ​ກາງ, ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ, ສະຫະ​ສະມາຄົມ​ທ່ອງ​ທ່ຽວ ຫວຽດນາມ ​ແລະ ວັນ​ດາ​ວະສາ​ຫະກິດ ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດກ່ຽວ​ກັບ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ວັນ​ທ່ອງ​ທ່ຽວ​ໂລກປີ 2015 (27/9) ດ້ວຍ​ຫົວ​​ເລື່ອງ “ ນັກ​ທ່ອງ​ທ່ຽວ 1 ຕື້​ເທື່ອ​ຄົນ 1 ຕື້​ກາລະ​ໂອກາດ ” ສານ​ດັ່ງກ່າວ​ໂດຍ​ແມ່ນ​ທ່ານ Taleb Rifai ​ເລຂາທິການ​ໃຫຍ່​ອົງການ​ທ່ອງ​ທ່ຽວ​ໂລກ ​ແລະ ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban ki  Moon ສົ່ງ​ເຖິງ​ທົ່ວ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້ ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ສະ​ໜີ​ບັນດາ​ອົງການ​ຫົວໜ່ວຍ​​ໃນ​ຂະ​ແໜງ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເໝາະ​ສົມ ຫຼື ກອງ​ປະຊຸມ, ການ​ສຳ​ມະ​ນາ ​ເພື່ອ​​ເຜີ​ຍ​ແຜ່ ​ໂຄສະນາສານ​ດັ່ງ​ກ່ວາ​ຢ່າງ​ກ້ວາງ​ຂວາງ ຜ່ານ​ພາ​ຫະນະສື່​ມວນ​ຊົນ ​ແລະ ຢູ່​ບັນດາ​ເຂດ​ທ່ອງ​ທ່ຽວ​ກາວ​ກັບ​ຄວາມ​ໝາຍ​ຂອງ​ວັນ​ທ່ອງ​ທ່ຽວ​ໂລກ​ປີ 2015.

 


ຂ່າວ/ບົດ​ອື່ນ