ຫວຽດນາມຕອບສະໜອງວັນໂລກບໍ່ມີຄວັນຢາສູບ31/5

ຫວຽດນາມຕອບສະໜອງວັນໂລກບໍ່ມີຄວັນຢາສູບ31/5 - ảnh 1
ທ່າານາງຮອງປະທານປະເທດ ຫງວຽນທິງອກທິ້ງ ເຂົ້າຮ່ວມງານບຸນ
(ພາບ: hanoimoi.com.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 29/5, ຢູ່ ຮ່າ​ໂນ​້ຍ, ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ແມ່ຍິງ “ສ້າງ​ຄອບຄົວ​ປອດ​ຄວັນ​ຢາສູບ” ​ເພື່ອ​ຕອບ​ສະໜອງ​ວັນ​ໂລກ​ປອດ​ຄວັນ​ຢາສູບ (31/5) ​ແລະ ສັບ​ປະ​ດາ​ແຫ່ງ​ຊາດ​ປອດ​ຄວັນ​ຢາສູບ (25 -31/5/2016). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ, ​ເນັ້ນ​ໜັກ​ວ່າ: ວຽກ​ງານ​ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ ​ແລະ ລັດ. ສະພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານຜົນ​ຮ້າຍ​ຈາກຢາສູບ, ປັບປຸງ​ບັນດາ​ນະ​ໂຍບາຍ​ກົດໝາຍ. ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ, ສະ​ເໜີ​ວ່າ:

        “​ເພື່ອ​ຕອບ​ສະໜອງ​ວັນ​ໂລກ​ປອດ​ຄວັນ​ຢາສູບ​ປີ​ນີ້, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ ຈົ່ງ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ດ້ວຍ​ບັນດາ​ການ​ກະທຳ​​ແທ​ດຈິງ, ມີ​ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ຈຸ​ດໝາຍ​ຂອງ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ​ຢາ​ສູບ​ກ່ວາ​ອີກ. ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ທຸ​ກຄົນ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຄື່ອນ​ໄຫວ​ເພື່ອ​ມີ​ຊີວິດອັນ​ດີງາມ​ກ່ວາ​ປະກອບສ່ວນ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ, ຊາວ ຫວຽດນາມ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ປະຊາຊົນ​ຮັ່ງມີ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສິວິ​ໄລ.”


ຂ່າວ/ບົດ​ອື່ນ