ຫວຽດນາມຖືເປັນສຳຄັນການຮັກສາສິ່ງແວດລ້ອມໃນການພັດທະນາເສດຖະກິດ,ສັງຄົມ

ຫວຽດນາມຖືເປັນສຳຄັນການຮັກສາສິ່ງແວດລ້ອມໃນການພັດທະນາເສດຖະກິດ,ສັງຄົມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ສິງ​ກະ​ໂປ
(ພາບ: TTXVN)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 24/04, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Masagos Zulkifli, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ສິງ​ກະ​ໂປ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ແມ່ນ​ບັນ​ຫາ​ຮີບ​ດ່ວນ, ຫວຽດ​ນາມ ​ສືບ​ຕໍ່​ສຸມ​ໃສ່​ເສດ​ຖະ​ກິດ, ສັງ​ຄົມ ແຕ​່​ຕາມ​ທິດ​ພັດ​ທະ​ນາ​ແບບຍ​ືນ​ຍົງ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ປັດ​ໃຈ​​ຮັກ​ສາ​ສິ່ງ​ແວດ​ລ້​ອ​ມ. ສິງ​ກະ​ໂປ ເປັນ​ທີ່​ຮູ້​ຈັກ​ກັນ​ດີແມ່ນ​ປະ​ເທດ​ຂຽວ, ສະ​ອາດ, ຊວຍ​ງາມ, ທັນ​ສະ​ໄໝ ແລະ ສີ​ວິ​ໄລ, ສະ​ນັ້ນ, ຫວຽດ​ນາມ ປາດ​ຖະ​ໜາ​ຢາ​ກ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງ​ສິງ​ກະ​ໂປ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ແຫຼ່ງ​ນ້ຳ, ພັດ​ທະ​ນາ​ນະ​ຄອນ​ຂຽວ.

        ສ່ວນ​ທ່ານ​ລັດ​ຖ​ະ​ມົນ​ຕີ Masagos Zulkifli, ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນ​ຫາ​ສິງ​ແວດ​ລ້ອມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ, ພ້ອມ​ທັງ​ຖື​ວ່າ, ບັນ​ຫາ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ເທດ​ໃດ​ໜຶ່ງ, ຫາກ​ກະ​ທົບ​ເຖິງ​ບັນ​ດາ​ປະ​ເທດ​ບ້ານ​ໃກ​້​ເຮືອນ​ຄຽງ ແລະ ທົ່ວ​ໂລກ​ເວົ້າ​ລວມ. ທ່ານ​ລັດ​ຖະ​ມົ​ນ​ຕ​ີ Masagos Zulkifli ສະ​ເໜີ​ທີ່ກອງ​ປ​ະ​ຊຸມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໂດຍ​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​ຢູ່ Nairobi, ປະ​ເທດ Kenya ໃນ​ທ້າຍ​ປີ 2017, ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທັດ​ສະ​ນະ​ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ