ຫວຽດນາມຖືເປັນສຳຄັນເວທີປາໄສສົນທະນາ Shangri – la ແລະ ຍາມໃດກໍ່ຕັ້ງໜ້າປະກອບຄຳເຫັນທີ່ເວທີປາໄສ

ຫວຽດນາມຖືເປັນສຳຄັນເວທີປາໄສສົນທະນາ Shangri – la ແລະ ຍາມໃດກໍ່ຕັ້ງໜ້າປະກອບຄຳເຫັນທີ່ເວທີປາໄສ - ảnh 1
(ພົນ​ໂທ ຫງວຽນ​ຈິ໋​ວິ້ງ ການ​ພົບ​ປະ​ກັບ​ປະລິຍາ​ເອກ Tim Hux Ley)

​(vovworld) –  ​ຫວຽດນາມ​ຖື​ເປັນ​ສຳຄັນ​ເວທີ​ປ​າ​ໄສສົນທະນາ Shangri – la ​ແລະ ຍາມ​ໃດ​ກໍ່​ຕັ້ງໜ້າ​ປະກອບ​ຄຳ​ເຫັນ​ທີ່​ເວທີ​ປ​າ​ໄສ. ນີ​້ແມ່ນ​ຄຳ​ຢັ້ງຢືນ​ຂອງ​ພົນ​ໂທ ຫງວຽນ​ຈິ໋​ວິ້ງ, ລັດຖະມົນຕີ​ຊວ​ຍວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໃນ​ວັນ​ທີ​ 17/04, ທີ່​ການ​ພົບ​ປະ​ກັບ​ປະລິຍາ​ເອກ Tim Hux Ley, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ ພາກ​ພື້ນ​ອາຊີ. ພົນ​ໂທ ຫງວຽນ​ຈິ໋​ວິ້ງ ຂອບ​ໃຈ​ສິງກະ​​ໂປ ​ໄດ້​ສ້າງ​ເງື່ອນ​ໄຂ​​ເພື່ອ​ໃຫ້​ຫວຽດນາມ ສະ​ແດງ​ທັດສະນະຂອງ​ຕົນ​ໃນ​ການ​ເຂົ້າຮ່ວມເວທີ​ປ​າ​ໄສ​ສົນທະນາ Shangri – la ​ແຕ່ລະ​ເທື່ອ; ທ່ານປາດ​ຖະໜາ​ວ່າ, ​ໃນ​​ໄລຍະ​ຈະ​ມາ​ເຖິງ, ເວທີ​ປ​າ​ໄສສົນທະນາ Shangri – la ຢູ່​ສິງກະ​ໂປ ຈະສືບ​ຕໍ່​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ປະ​ເທດສະ​ແດງ​ທັດສະນະ, ປະກອບ​ຂໍ້​ລິ​ເລີ່​ມຂອງ​ປະ​ເທດ​ຕົນ ຕໍ່ໜ້າ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃໝ່. ພົນ​ໂທ ຫງວຽນ​ຈິ໋​ວິ້ງ ​ໃຫ້​ຮູ້​ວ່າ, ຫວຽດນາມ ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໃນ​ທ້າຍ​ເດືອນ 05/2015 ​ແລະ ຈະ​ສືບ​ຕໍ່​ສົ່ງ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ, ພ້ອມ​ທັງ​ຈະ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໂຄງການ​​ເຮັດ​ວຽກຂອງເວທີ​ປ​າ​ໄສ, ​ເພື່ອ​ຈຸດໝາຍ​ສັນຕິພາບ, ຮ່ວມ​ມື, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​​ໂລກ.

ຂ່າວ/ບົດ​ອື່ນ