ຫວຽດນາມບັນລຸຄວາມກ້າວໜ້າກະໂດດຂັ້ນໃນການປະຕິບັດປະກັນສຸຂະພາບສັງຄົມ

ຫວຽດນາມບັນລຸຄວາມກ້າວໜ້າກະໂດດຂັ້ນໃນການປະຕິບັດປະກັນສຸຂະພາບສັງຄົມ - ảnh 1
ພາບປະກອບ

(vovworld) – ຕາມ​ບົດ​ລາຍ​ງານ “ມຸ່ງ​ໄປ​ເຖິງ​ການ​ຊື້ບັດ​ປະກັນ​ສຸຂະ​ພາບ​ສັງຄົມ​ທົ່ວ​ປວງ​ຊົນ​ຢູ່ ຫວຽດນາມ: ຕີ​ລາຄາ ​ແລະ ​ເລືອກ​ເຟັ້ນ” ​ໂດຍ​ທະນາຄານ ​ໂລກ ປະຈຳ ຫວຽດນາມ ປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 17/9 ​ໃຫ້​ເຫັນ​ວ່າ: ຫວຽດນາມ ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ໃນ​​ການ​ປະຕິບັດ​​ປະກັນ​ສຸຂະ​ພາບ​ສັງຄົມ ​ແລ​ະ ​ຜູ້ທີ່ໄດ້ປະຕິບັດແມ່ນກວມ​ເຄິ່ງໜຶ່ງຈຳນວນປະຊາ​ກອນ​.

    ບົດ​ລາຍ​ງານ​ຮອງຮັບ​ວ່າ ດ້ວຍ​ການ​​ເພີ່ມ​ລາຍຈ່າຍງົບປະມານ​ໃຫ້​ແກ່​ການ​ສົ່ງ​ເສີມ​ສຸຂະພາບຢ່າງ​ແຮງ, ​ໂຄງການ​​ປະກັນ​ສຸຂະພາບ​ທີ່ເລີ່ມປະຕິບັດ​ທົດ​ລອງ​​ແຕ່​ປີ 1989, ​ໄດ້​ເພີ່ມ​ຈຳນວນ​ຜູ້​ໄດ້​ຮັບ​ບັດ​ປະກັນ​ສຸຂະພາບ. ປີ 2010, ອັດຕາ​ສ່ວນນີ້​ໄດ້​ເພີ່ມ​ຂຶ້ນ​​ເກືອບ 60%, ​ເມື່ອ​ທຽບ​ໃສ່ 10% ​ໃນ​ປີ 1990.

    ບົດ​ລາຍ​ງານ​ກໍ່​ໄດ້​ຍົກ​ອອກ​​ບາງ​ຂໍ້ສະ​ເໜີກ່ຽວກັບການປະຕິ​ຮູບ​ຄື​ເປີດ​ກ້ວາງ​ວຽກງານ​ປະກັນ​ສຸຂະພາບ​ຜ່ານ​ການ​ໜູນ​ຊ່ວຍ​ລາຄາປະກັນສຸຂະພາບ. ຊື້​ບັດ​ປະກັນ​ສຸຂະພາບ​ຕາມ​ຄອບຄົວ ​ແລະ ມີມາດ​ຕະການ​​ສຳລັບ​ກຸ່ມ​ເຂົ້າ​ຮ່ວມ​ບັງຄັບ, ຍົກ​ສູງ​ຄວາມ​ຍຸຕິ​ທຳ ​ແລະ ຮັບປະກັນ​ດ້ານ​ການ​ເງິນ..​..

ຂ່າວ/ບົດ​ອື່ນ