ຫວຽດນາມບໍ່ພຽງແຕ່ຕໍ່ສູ້ເພື່ອຜົນປະໂຫຍດເທົ່ານັ້ນຫາກຍັງປົກປັກຮັກສາຄວາມໝັ້ນຄົງຢູ່ທະເລຕາເວັນອອກອີກດ້ວຍ

(VOVWORLD) -ໃນຊຸມມື້ຜ່ານມາ ເລື່ອງຈີນ ສົ່ງກຳປັ່ນ ໄຮ່ຢາງ 8 ເຂົ້າເຂດທະເລຕາເວັນອອກ, ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກບັນດານັກຮຽນຮູ້ຢູ່ພາຍໃນພາກພື້ນ ແລະ ສາກົນ, ໃນນັ້ນ ມີບັນດານັກຮຽນຮູ້ ອິນໂດເນເຊຍ. 
ຫວຽດນາມບໍ່ພຽງແຕ່ຕໍ່ສູ້ເພື່ອຜົນປະໂຫຍດເທົ່ານັ້ນຫາກຍັງປົກປັກຮັກສາຄວາມໝັ້ນຄົງຢູ່ທະເລຕາເວັນອອກອີກດ້ວຍ - ảnh 1 ນັກຮຽນຮູ້ ອິນໂດເນເຊຍ ຕອບສຳພາກນັກຂ່າວ VOV

ເມື່ອຕອບສຳພາດຕໍ່ນັກຂ່າວ ຫວຽດນາມ, ທ່ານ Gilang Hambara ຜູ້ຊ່ຽວຊານ ກ່ຽວກັບການພົວພັນສາກົນ ສັງກັດສະຖາບັນຍຸດທະສາດ ແລະ ສາກົນ (CSIS) ອິນໂດເນຊຍ ໄດ້ໃຫ້ຂໍ້ສັງເກດວ່າ:

“ໂດຍແມ່ນປະເທດມີອະທິປະໄຕ, ຫວຽດນາມ ມີສິດຢ່າງຄົບຖ້ວນເພື່ອກ່າວປະນາມການລະເມີດອະທິປະໄຕຈາກຈີນ. ຈີນ ໄດ້ລ່ວງລະເມີດເຂດເສດຖະກິດຈຳເພາະຫວຽດນາມ, ນີ້ແມ່ນການກະທຳທີ່ຜິດພາດ” . ທ່ານ Gilang Hambara ຍັງຖືວ່າ ເລື່ອງບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ໂດຍໄວ ແມ່ນ ມີຄວາມຈຳເປັນທີ່ສຸດ ເພາະວ່າ ທະເລຕາເວັນອອກ ແມ່ນບ່ອນດຳເນີນບັນດາການເຄື່ອນໄຫວດ້ານການຄ້າເປັນປະຈຳ. ປະຊາຄົມສາກົນ ແລະ ບັນດາປະເທດ ອາຊຽນ ໃນນັ້ນ ມີອິນໂດເນເຊຍ ຄວນມີຄວາມຮັບຜິດຊອບໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງການເດີນທະເລຢູ່ທະເລຕາເວັນອອກ.

ເຮືອງຈາ,ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ