ຫວຽດນາມປະກອບສ່ວນຕັ້ງໜ້າເຂົ້າໃນຜົນສຳເລັດຂອງສະໄໝປະຊຸມຄັ້ງທີ28ສະພາສິດທິມະນຸດສປຊ

ຫວຽດນາມປະກອບສ່ວນຕັ້ງໜ້າເຂົ້າໃນຜົນສຳເລັດຂອງສະໄໝປະຊຸມຄັ້ງທີ28ສະພາສິດທິມະນຸດສປຊ - ảnh 1
ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ສ​ປ​ຊ
(ພາບ:AFP/TTXVN)

(vovworld) - ໃນ​ລະ​ຫວ່າງວັນ​ທີ 26 – 27/3, ທີ່​ສ​ຳ​ນັກ​ງານ​ສະ​ຫ​ະ​ປະ​ຊາ​ຊາດ​ຢູ່​ນະ​ຄອນ ເຊີ​ແນວ, ປະ​ເທດ​ສະ​ວິດ, ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ໄດ້​ດຳ​ເນີນ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ສຸດ​ທ້າຍ, ຮັບ​ຮອງ​ເອົາມະ​ຕິ ແລະ ຂໍ້​ຕົກ​ລົງ​ສ​ຳ​ຄັນ 34 ສະ​ບັບ, ແລະ ຖະ​ແຫຼງ​ການ​ 3 ສະ​ບັບຂອງ​ປະ​ທານ​ສະ​ພາ​ສິດ​ທິ​ມະ​ນຸດ​ທີ່​ສະ​ໄໝ​ປະ​ຊຸມ​ຄັ້ງ​ທີ 28.

        ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ຫງວຽນ​ຈູງ​ແທ່ງ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ເປັນ​ຫົວ​ໜ້າ​ຄະ​ນະ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈູງ​ແທ່ງ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ຂອງ​ຊຸດ​ທີ 28 ບົນ​ຈິດ​ໃຈ​ຊຸ​ກ​ຍູ້​ເລື່ອງ​ປົກ​ປ້ອງ ແລະ ເປີດ​ກ້​ວາງ​ການ​ຊົມ​ໃຊ້ບັນ​ດາ​ສິດ​ຂອງ​ປະ​ຊາ​ຊົນ, ເຄົາ​ລົບ​ກົດ​ບັດ ສ​ປ​ຊ, ກົດ​ໝາຍ ແລະ ສະ​ພາບ​ການ​ສາ​ກົນ​ກໍ່​ຄື​ບັນ​ດາ​ຈຸດ​​ພິ​ເສດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ ແລະ ​ການພັດ​ທະ​ນາ​ຂອງ​ບ​ັນ​ດາ​ປະ​ເທດ ແລະ ພາກ​ພື້ນ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເນັ້ນ​ໜັກ​ເລື່ອງ ກອງ​ປະ​ຊຸມ​ສິດ​ທິ​ມະ​ນຸດ​ຄວນ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ຮ່ວມ​ມື​ສ້າງ​ສາ, ຢືດ​ໝັ້ນ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມດຸ່ນ​ດຽງ ແລະ ສົມ​ເຫດ​ສົມ​ຜົນ​ສຳ​ລັບ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ, ຫຼີກ​ລ້ຽງ​ສະ​ພາບ​ການ​ສະ​ພາ​ສິດ​ທິ​ມະ​ນຸດ​ຖືກ​ຫັນ​ເປັນ​ການ​ເມືອງ ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ສະ​ພາ. ໃນ​ສະ​ໄໝ​ປະ​ຊຸມນີ້, ຫວຽດ​ນາມ ເປັນ​ນັກ​ອຸ​ປະ​ຖຳ​ຮ່ວມ 5 ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ. ບັນ​ດາ​ມະ​ຕິ​ໂດຍ ຫວຽດ​ນາມ ​ປົກ​ປ້ອງໄດ້​ຮັບ​ການຮັບ​ຮອງ​ເອົາ​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະ​ພາ​ສິດ​ມິ​ມະ​ນຸດ​ຊຸດ 28.


ຂ່າວ/ບົດ​ອື່ນ