ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າທີ່ກອງປະຊຸມເຈົ້າຫນ້າທີ່ອາວຸໂສG20

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າທີ່ກອງປະຊຸມເຈົ້າຫນ້າທີ່ອາວຸໂສG20 - ảnh 1

(vovworld)- ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ 20 ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ຫນ້າ​ຂອງ​ໂລກ G20, ກອງປະ​ຊຸມ​ຄັ້ງ​ທີ 2  ບັນ​ດາ​ເຈົ້າ​ຫນ້າ​ທີ່​ອາ​ວຸ​ໂສ ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 23-24/3 ຢູ່ Frankfurt ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ​ຂອງ ເຢຍ​ລະ​ມັນ. ທີ່ກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ປະ​ກອບ​ຄຳ​ເຫັ​ນ​ຫລາຍ​ຢ່າງ​ທີ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫວູກວາງ​ມີງ ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຫວຽດ​ນາມ ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໂລ​ກາ​ພິ​ວັດ ແລະ ການ​ຄ້າ​ຫລາຍ​ຝ່າຍ, ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຈົ່ງ​ເອົາ​ໃຈ​ໃສ່​ປັບ​ປຸງ​ນະ​ໂຍ​ບາຍ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ໂລ​ກາ​ພິ​ວັດ​ໄດ້​ຮັບ​ການ​ຈັດ​ແບ່ງ​ຢ່າງ​ສະ​ໝ່ຳ​ສະ​ເຫມີ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ກວມ​ລວມ ແລະ ໝັ້ນ​ຄົງ. ຄຳ​ເຫັນ​ປະ​ກອບ​ຂອ​ງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມື​ສາມ​ຝ່າຍ​ຫນູນ​ຊ່ວຍ ອາ​ຟ​ຼິ​ກາ, ກາ​ນ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030, ຕ້ານ​ການ​ຄ້າ​ຂາຍສັດ​ປາ​ຢ່າງ​ຜິດ​ກົດ​ໝາຍ.. ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ເທດ​ເຈົ້າ​ພາບ ເຢຍ​ລະ​ມັນ ແລະ ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ.


ຕອບກັບ

ຂ່າວ/ບົດ​ອື່ນ