ຫວຽດນາມປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ UNESCO

ຫວຽດນາມປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ UNESCO - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ສຶກສາ,
ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ
(ພາບ: hanoimoi.vom.vn)

(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ດຳ​ເນີນ​ໃນ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: UNESCO ແມ່ນອົງການໜຶ່ງທີ່ມີຄວາມ ໃກ້ຊິດກັບປະຊາຊົນຫວຽດນາມ ແລະ ມີການປະກອບສ່ວນອັນແທດຈິງ ຫຼາຍຢ່າງໃຫ້ແຕ່ລະຄອບຄົວ, ທ້ອງຖີ່ນ ແລະ ປະຊາຄົມ. ໃນຊຸມປີຜ່ານມາ, ຍາມໃດຫວຽດນາມກໍ່ມານະພະຍາຍາມປະຕິບັດພັນທະຂອງປະເທດສະ

ມາຊິກຢ່າງຄົບຖ້ວນ, ຜັນ​ຂະ​ຫຍາ​ຍຂໍ້​ລິ​ເລີ່​ມ ​ແລະ ​ໂຄງການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ຂອງ UNESCO. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມ

ບິ່ງ​ມິ​ງ ຫວັງ​ວ່າ UNESCO ຈະ​ສືບ​ຕໍ່​ນຳ​ໜ້າ​ໃນ​ການ​ຊຸກຍູ້​ພື້ນຖານ​ວັດທະນະທຳ​ສັນຕິພາບ.

“​ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ຮັກຫອມ​ສັນຕິພາບ, ຖື​ການ​ສຶກສາ​ເປັນ​ສຳຄັນ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ໂດຍລຸ້ນກ່ອນ​ປະ​ໄວ້. ປະຊາຊົນ​ຫວຽດນາມ​ສະໜິດ​ຕິດ​ພັນ​ກັບ​ຄະຕິ ​ແລະ ຈຸດປະສົງ​ເຄື່ອນ​ໄຫວ​ຂອງ UNESCO. ມີ​ຫຼາຍ​ແນວ​ຄວາມ​ຄິດ​ຂອງ UNESCO ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ມຸ້ງ​ຫວັງ​ໄດ້​ມີ​ຊີວິດ ​ແລະ ບືນ​ຕົວ​ຂຶ້ນ​ຂອງ​ຊາດ​ຫວຽດນາມ“.

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຫົວໜ້າ​ຜູ້ຕາງໜ້າ UNESCO ປະຈຳ​ຫວຽດນາມ Katherine Marin ​ເວົ້າ​ວ່າ: UNESCO ພ້ອມ​ກັບ​ຫວຽດນາມ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ, UNESCO ມີ​ການ​ພົວພັນ​ອັນ​ດີງາມ, ຍາວ​ນານ​ກັບ​ຫວຽດນາມ ​ໃນ​ການ​ໜູນ​ຊ່ວຍ​ພັດທະນາ​ຂອງ​ປະ​ເທ​ດຊາດ, ພິ​ເສດ​ແມ່ນ​ການ​ພັດທະນາ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຫວຽດນາມ​ເຕີບ​ໂຕ​ຂຽວ, ຫຼຸດຜ່ອນ CO2 , ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

ຂ່າວ/ບົດ​ອື່ນ