ຫວຽດນາມປະກອບສ່ວນເຂົ້າການເຄື່ອນໄຫວຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຫວຽດນາມປະກອບສ່ວນເຂົ້າການເຄື່ອນໄຫວຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ
ຫວຽດນາມ ຫງວຽນ​ທິກີ​ມ​ເງິນ​)

(vovworld) –​​​ ​ໂດຍ​ສືບ​ຕໍ່​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ, ວັນ​ທີ 29/8, ກ່າວ​ຄຳ​ເຫັນ​ທີ່​ວາລະອັດກອງ​ປະຊຸມ “ສະພາ​ທົ່ວ​ໂລກ​ເພື່ອ​ແມ່​ຍິງ”, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ​ ຖື​ວ່າ: ນີ້​ແມ່ນ​ເຫດການ​ສຳຄັນ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ ຍີ່ປຸ່ນ ສຳລັບການ​ຊຸກຍູ້ແມ່ຍິງ​ເຂົ້າ ​ ​ຮ່ວມ​ຊີວິດ​ - ສັງຄົມ ຍີ່ປຸ່ນ ​ແລະ ​ໃນ​ໂລກ. ນີ້​ກໍ​ແມ່ນ​ໂອກາດ ​ເພື່ອ​​ໃຫ້ບັນດາ​ຜູ້​ແທນ​ປຶກສາ​ຫາລື, ພິຈາລະນາ​, ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ, ມາດ​ຕະການ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ສຳ​ລັບ​ການ​ມອບ​ສິດ​ໃຫ້​ແມ່ຍິງ, ມຸ່ງ​ໄປ​ເຖິງ​ການກໍ່ສ້າງ​ສັງຄົມ​ເພື່ອ​​ໃຫ້ແມ່ຍິງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນຢ່າງ​ແທ້​ຈິງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້ວ່າ: ຫວຽດນາມ ​ໄດ້​ປະກາດ​ໃຊ້ ​ແລະ ຕັ້ງໜ້າຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໃນ​ໄລຍະ 2011 – 2020 ​ແລະ ວາງ​ອອກ​ບັນດາ​ຄາດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ສາກົນ​ທັງ2 ຝ່າຍ ​ແລະ ຫລາຍ​ຝ່າຍ.

        ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ສົ່ງ​ສານ​ເຖິງ​ທົ່ວ​ກອງ​ປະຊຸມ​ໂດຍ​ຫວັງ​ວ່າ: ທັງ​ແມ່ຍິງ ​ແລະ ຜູ້​ຊາຍ​ພ້ອມ​ກັນ​ມານະ​ພະຍາຍາມ​ສ້າງ​ສັງຄົມທີ່​ມີ​ປະ​ໂຫຍ​ດ, ​ເຊິ່ງ​ໃນ​ນັ້ນ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ສາມາດ​ຂອງ​ແມ່ຍິງ. ທ່ານ​ນາຍົກ​ລັດຖະມົນຕີ Abe ກໍ​​ໃຫ້ຄຳ​ໝັ້ນ​ສັນຍາ​ຈະ​ສະຫງວນ​ແຫຼ່ງທຶນ ODA ປະມານ 4,2 ຕື້​ເຢັນ ​ເພື່ອ​ມຸ່ງ​ໄປ​ເຖິງ​ສັງຄົ​ມ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ຂອງ ​ແມ່ຍິງ​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ຄັ້ງ​ທີ 2 ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ສະພາ​ທົ່ວ​ໂລກ​ເພື່ອ​ແມ່​ຍິງ, ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 28 – 29/8. ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກ່ວາ 1.300 ທ່ານ ​ໃນ​ນັ້ນ​ມີການ​ນຳ​ປະມານ 140 ທ່ານ​ທີ່​ມາ​ຈາກ 40 ປະ​ເທດ, ພາກ​ພື້ນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ 7 ​ແຫ່ງ.


ຂ່າວ/ບົດ​ອື່ນ