ຫວຽດນາມປະຕິບັດຄາດໝາຍບັນລຸການສົ່ງອອກສິນໃນນ້ຳໃຫ້ໃນປີ2017ໃຫ້ໄດ້7,5ຕື້USD

ຫວຽດນາມປະຕິບັດຄາດໝາຍບັນລຸການສົ່ງອອກສິນໃນນ້ຳໃຫ້ໃນປີ2017ໃຫ້ໄດ້7,5ຕື້USD - ảnh 1
ພາບ​ປະ​ກອບ

(vovworld)- ຕາມ​ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ​ແລ້ວ, ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ທັງ​ປະ​ເທດ​ໃນ​ປີນີ້ ຈະ​ມີ​ແງ່​ຫວັງ​ຫລາຍ​ຢ່າງ, ການ​ເຕີບ​ໂຕ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ 5% ແລະ ຄາດ​ວ່າ​ບັນ​ລຸ 7,5 ຕື້ USD. ເພື່ອ​ຍົກ​ສູງ​ຄຸນ​ຄ່າ​ການ​ສົ່ງ​ອອກ​ຂອງ​ກຸ້ງ, ທ່ານ ຫວູຢ​ວຽນ​ຫາຍ, ຮອງ​ຫົວ​ຫນ້າ​ກົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ການ​ຮ່ວມ​ມື​ສາ​ກົນ ໃຫ້​ຮູ້​ວ່າ: ຂະ​ແຫນງ​ສິນ​ໃນ​ນ້ຳ ຈະ​ມີ​ບັນ​ດາ​ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ຂະ​ແຫນງ​ກຸ້ງ​ຢ່າງ​ເໝາະ​ສົມ, ປ່ຽນ​ແປງ​ອົງ​ປະ​ກອບ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ເພື່ອ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແບບ​ຍືນ​ຍົງ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ຕັ້ງ​ຄືນ​ໃຫມ່​ເພື່ອໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ບັນ​ດາ​ສະ​ຫະ​ກອນ​ແບບ​ໃຫມ່ ເພື່ອ​ຮັບ​ປະ​ກັນ​ການ​ຜະ​ລິດ​ສິນ​ຄ້າ ແລະ ກວດ​ກາ​ໄດ້​ຄຸນ​ນະ​ພາບ​ສິນ​ຄ້າ​. ຍູ້​ແຮງ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ເພື່ອ​ຮັບ​ປະ​ກັນ​ການເປັນ​ເຈົ້າ​ການແນວ​ພັນ​ລ້ຽງ​ມີ​ຄຸນ​ນະ​ພາບ​ສູງ, ລາ​ຄາ​ຜະ​ລິດ​ຕະ​ພັນ​ຫລຸ​ດ​ລົງ, ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ສາ​ມາດ​ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ.”


ຕອບກັບ

ຂ່າວ/ບົດ​ອື່ນ