ຫວຽດນາມ-ປະຫວັດສາດສະຫງ່າລາສີແລະແງ່ຫວັງພັດທະນາໃນວິວັດການເຊື່ອມໂຍງເຂົ້າກັນສາກົນ

ຫວຽດນາມ-ປະຫວັດສາດສະຫງ່າລາສີແລະແງ່ຫວັງພັດທະນາໃນວິວັດການເຊື່ອມໂຍງເຂົ້າກັນສາກົນ - ảnh 1
ກອງປະຊຸມສຳມະນາກ່ຽວກັບປະຫວັດສາດ ແລະ ແງ່ຫວັງ
ພັດທະນາຂອງ ຫວຽດນາມ ຢູ່ ເຊັກໂກ
(ພາບ: Ngọc Mai-Hồng Tâm/Vietnam+)


(vovworld) –  ຫວຽດນາມ-​ປະຫວັດສາດ​ສະຫງ່າ​ລາສີ ​ແລະ ​ແງ່​ຫວັງ​ພັດທະນາ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສະພາ​ຕຳ່ ​ເຊັກ​ໂກ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ​ເຊັກ​ໂກ ຈັດ​ຕັ້ງ​ໃນ​ວັນ​ທີ 20/4 ຢູ່​ສຳນັກງານ​ສະພາ​ຕຳ່ ​ເຊັກ​ໂກ ທີ່​ນະຄອນຫຼວງ Praha. ​ເມື່ອ​ສະ​ເໜີ​ບົດ​ປະກອບ​ຄຳ​ເຫັນດ້ວຍ​ຫົວ​ຂໍ້ “ຫວຽດນາມ ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່”, ​ໂດຍ​ທ່ານ ຮ່ວາງ​ບີ່​ງກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ, ​ເນັ້ນ​ໜັກ​ວ່າ: ພຶດຕິ​ກຳ​ຕົວ​ຈິງ ​ແລະ ຜົນງານ​ແຫ່ງ​ການ​ປ່ຽນ​ໃໝ່​ຜ່ານ 30 ປີຜ່ານ​ມາ ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ຢັ້ງຢືນ​​ເລື່ອງ ຫວຽດນາມ​ ເລືອກ​ເຟັ້ນ​​ເສັ້ນທາງ​ປ່ຽນ​ໃໝ່​ແມ່ນ​ຖືກຕ້ອງ, ສະຫຼາດ​ສ່ອງ​ໃສ; ​ແມ່ນ​ພື້ນຖານ​ເສດຖະກິດ-​ສັງຄົມ​ທີ່​ສຳຄັນ ​ເພື່ອ​ໃຫ້ ຫວຽດນາມ ຢືນ​ຢູ່​ຢ່າງ​ໝັ້ນຄົງໃນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ. ທ່ານ​ ຮ່ວາງ​ບີ່​ງກວນ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດການ​ພົວພັນ​ກັບ​ບັນດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ ສາທາລະນະ​ລັດ ​ເຊັກ​ໂກ.

      ​ໃນ​ຂອງ​ເຂດການ​ຢ້ຽມຢາມ, ຄະນະ​ປະຕິບັດ​ງານ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບີ່​ງກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງ​ປະ​ເທດສູນ​ກາງພັກ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດວຽກກັບ​ທ່ານ​ຮອງ​ປະທານ​ສະພາ​ຕຳ່, ປະທານ​ພັກ​ກອມ​ມູນິ​ດ ​ເຊັກ​ໂກ-​ໂມ​ຮາ​ວາ Vojtech Filip. ທ່ານ Vojtech Filip ຢືນຢັນ​ວ່າ: ລັດຖະບານ ​ເຊັກ​ໂກ,  ພັກ​ກອມ​ມູນິດ ​ເຊັກ​ໂກ-​ໂມ​ຮາ​ວາ ຍາມ​ໃດ​ກໍ່​ສະໜັບສະໜູນ​ປະຊາ​ຄົມ​ຊາວ​ ຫວຽດນາມ​ ອາ​ໄສ​ຢູ່​ສາທາລະນະ​ລັດ ​ເຊັກ​ໂກ   ​ເຊື່ອມ​ຕົວ​ເຂົ້າ​ກັບສັງຄົມ​ປະຈຳ​ຖິ່ນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ທ່ານ​ເນັ້ນ​ໜັກ​ວ່າ: 2 ປະ​ເທດ ​ເຊັກ​ໂກ ​ແລະ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ໃນ​ບາ​ງຂົງ​ເຂດ​ຄື: ພະລັງງານ, ຄົມມະນາຄົມ​ຂົນ​ສົ່ງ, ….., ຊ່ວຍ​ເພີ່ມ​ທະວີການ​ພົວພັນ​ເສດຖະກິດ-​ການ​ຄ້າ 2 ຝ່າຍ, ຍົກ​ສູງ​ຄວາມສາມາດ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ ​ຫວຽດນາມ​ ໃນ​ຕະຫຼາດ​ສາກົນ. ທ່ານ Vojtech Filip ສະ​ແດງ​ການ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ​ ​ໃນ​ການ​ແກ້​ໄຂບັນດາ​ຄວາມ​ຂັດ​ແຍ້ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ສາກົນ; ຫວັງ​ວ່າ​ບັນດາ​ບັນຫາ​ຂັດ​ແຍ້ງ​ດັ່ງກ່າວ​ຈະ​ໄດ້​​ຮັບການແກ້​ໄຂ​ທາງ​ດ້ານການ​ທູດ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ