ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບສະຫະພັນເຢຍລະມັນຢ່າງເລິກເຊິ່ງ,ກ້ວາງຂວາງ

ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບສະຫະພັນເຢຍລະມັນຢ່າງເລິກເຊິ່ງ,ກ້ວາງຂວາງ - ảnh 1
(​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ
​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ)

(vovworld) - ຫວຽດ​ນາມ​ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ​ັບ​​ສະ​ຫະ​ພັນເຢຍ​ລະ​ມັນ ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ, ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ສສ.ເຢຍ​ລະ​ມັນ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຊີ້​ແຈ້ງວ່າ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ເຖິງ​ສະ​ຫະ​ພັນ​ເຢຍ​ລະ​ມັນ ໄດ້​ເປີດ​ໄລ​ຍ​ະ​ຮ່ວມ​ມື​ໃໝ່​ໃນ​ທຸກ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຂ​ອງ 2 ປະ​ເທດ. ການ​ຢ້ຽມ​ຢາມ​ໄດ້​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ຝ່າຍ; ສ້າງ​ທ່າ​ແຮງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ດ​້ານ​ການ​ຄ້າ - ການ​ລົງ​ທຶນ, ເ​ປັນ​ເສົ້າ​ຄ້ຳ​ຂອງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ. ນອກ​ຈາກນັ້ນ, ການ​ຢ້ຽມ​ຢາມກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ແມ່ນ​ຄື: ການ​ສຶກ​ສາ - ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ແລະ ແຮງ​ງານ. ນອກ​ຈາກນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ກໍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ເຈົ້​າ​ການ, ຕັ້ງ​ໜ້າ ດ້ວຍ​ຈິດ​ໃຈ​ຮັບ​ຜິດ​ຊອບ​ຂອງ​ຫວຽດ​ນາມ ໃນ​ປະ​ຊາ​ຄົມ​ໂລກ. ຈຸດ​ພົ້ນ​ເດັ່ນ​ອີກ​​ອັນ​ໜຶ່ງແມ່ນ​ການ​ພົບ​ປະ​ຢ່າງ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ແລະ ເພື່ອນ​ມິດ​ເຢຍ​ລະ​ມັນ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ 2 ປະ​ເທດ​ໄດ້​ລົງ​ນາມ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື. ອາດ​ຈະ​ຢືນ​ຢັນ​ໄ​ດ​້​ວ່າ, ການ​ຢ້ຽມ​ຢາມສະ​ຫະ​ພັນ​ເຢຍ​ລະ​ມັນ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ແລະ ຄະ​ນະ​ຜ​ູ້​ແທນ​ຂັ້ນ​ສູງ​​ລັດຫວຽດ​ນາມ ໄດ້​ສ້າງ​ບາດ​ກ້​າວ​ຫັນ​ປ່ຽນ​ໃໝ່ ແລະ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມີ​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ - ເຢຍ​ລະ​ມັນ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ.

ຂ່າວ/ບົດ​ອື່ນ