ຫວຽດນາມຜັນຂະຫຍາຍໂຄງການຂຸດຄົ້ນບໍ່ແຮ່ໃຫຍ່ສຸດຢູ່ລາວ

(VOVWORLD) -ນີ້ແມ່ນໂຄງການລົງທຶນເຂົ້າຂົງເຂດຂຸດຄົ້ນບໍ່ແຮ່ໃຫຍ່ສຸດຂອງ ຫວຽດນາມ ຢູ່ລາວ ນັບແຕ່ກ່ອນມາຮອດປັດຈຸບັນ.

ຫວຽດນາມຜັນຂະຫຍາຍໂຄງການຂຸດຄົ້ນບໍ່ແຮ່ໃຫຍ່ສຸດຢູ່ລາວ - ảnh 1

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ແລະ ຜູ້ຕາງໜ້າກຸ່ມບໍລິສັດ ຫວຽດເຟືອງ ມອບ ສັນຍາໃຫ້ກັນ ພາຍຫຼັງການລົງນາມ

(ພາບ: Kien Pham/Vietnam+)

ຕອນບ່າຍວັນທີ 11 ກັນຍາ, ຢູ່ກະຊວງແຜນການ ແລະ ການລົງທຶນລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ດໍາເນີນພິທີລົງນາມໃນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ   ບອກຊິດ ແລະ ກໍ່ສ້າງໂຮງງານຜະລິດ ອາລຸມີນາດ ລະຫວ່າງລັດຖະບານລາວ ແລະ ຜູ້ຕາງໜ້າກຸ່ມບໍລິສັດລົງທຶນ ຫວຽດເຟືອງ (VPG) ຂອງຫວຽດນາມ. ນີ້ແມ່ນໂຄງການລົງທຶນເຂົ້າຂົງເຂດຂຸດຄົ້ນບໍ່ແຮ່ໃຫຍ່ສຸດຂອງ ຫວຽດນາມ ຢູ່ລາວ ນັບແຕ່ກ່ອນມາຮອດປັດຈຸບັນ.

        ໂດຍນອນຢູ່ເມືອງດັກຈຶງ,ແຂວງເຊກອງ, ເຊິ່ງເປັນໜຶ່ງໃນບັນດາເຂດທີ່ທຸກຍາກ ແລະ ປະສົບຄວາມຫຍຸ້ງຍາກທີ່ສຸດຂອງລາວ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງທາດ ບອກຊິດ ຂອງກຸ່ມບໍລິສັດລົງທຶນ ຫວຽດເຟືອງ  ມີເນື້ອທີ່ເກືອບ 100 km2 ດ້ວຍຍອດມູນຄ່າລົງທຶນທັງໝົດ ແມ່ນປະມານ 650 ລ້ານ USD. ນີ້ແມ່ນໂຄງການນອນໃນໄລຍະການປະຕິບັດສັນຍາຮ່ວມມືເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດເຕັກນິກ ໄດ້ລົງນາມລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ ລາວ ເພື່ອແນໃສ່ພັດທະນາອຸດສາຫະກໍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ບອກຊິດ.

ຕອບກັບ

ຂ່າວ/ບົດ​ອື່ນ