ຫວຽດນາມພວມປະຕິບັດການຫັນເປັນຕົວເມືອງຢ່າງວ່ອງໄວ


   ຫວຽດນາມພວມປະຕິບັດການຫັນເປັນຕົວເມືອງຢ່າງວ່ອງໄວ - ảnh 1
(ພາບ​ປະ​ກອບ)

(vovworld)- ບົດ​ລາຍ​ງານ​ວ່າ​ດ້ວຍ​ຫົວ​ຂໍ້ : “ ປ່ຽນ​ແປງ​ທັດ​ສະ​ນີ​ຍະ​ພາບ​ເຂດ​ຕົວ​ເມືອງ​ອາ​ຊີ​ຕາ​ເວັນ​ອອກ: ຕີ​ລາ​ຄາ​ທັດ​ສະ​ວັດ​ພັດ​ທະ​ນາ​ເຂດ​ຕົວ​ເມືອງ” ໂດຍ​ທະ​ນາ​ຄານ​ໂລກ​ປະ​ກາດ​ເມື່ອ​ວັນ​ທີ 26/1 , ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ​ພວມ​ປະ​ຕິ​ບັດ​ການ​ຫັນ​ເປັນ​ຕົວ​ເມືອງ​ຢ່າງວ່ອງ​ໄວ, ຈຳ​ນວນປະ​ຊາ​ກອນຢູ່​ບັນ​ດາ​ຕົວ​ເມືອງ​ພວມ​ເພີ່ມ​ຂຶ້ນ​ໄວ. ເຂດ​ຕົວ​ເມືອງຫຼາຍ​ແຫ່ງໄດ້​ຮັບ​ການ​ເປີດ​ກ້​ວາງ, ບັນ​ດາ​ນະ​ຄອນ​ມີ​ພົນ​ລະ​ເມືອງ​ໜາ​ແໜ້ນ​ກ່​ວາ. ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິນ​ພວມ​ພັດ​ທະ​ນາ​ໄວ​ກວ​່​າ​ເມື​ອ່​ທຽບ​ໃສ່​ນະ​ຄອນ​ອື່ນໆ.

    ຕາມ​ບົດ​ລາຍ​ງານ “ປ່ຽນ​ແປງ​ທັດ​ສະ​ນີ​ຍະ​ພາບ​ເຂດ​ຕົວ​ເມືອງ​ອາ​ຊີ​ຕາ​ເວັນ​ອອກ: ຕີ​ລາ​ຄາ​ທັດ​ສະ​ວັດ​ພັດ​ທະ​ນາ​ເຂດ​ຕົວ​ເມືອງ”, ມີ​ປະ​ຊາ​ຊົນ​ເກືອບ 200 ລ້ານ​ຄົນ​ໄດ້​ຍົກ​ຍ້າຍ​ໄປ​ຍັງ​ເຂດ​ຕົວ​ເມືອງ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ໃນ​ໄລ​ຍະ 2000 – 2010.

ຂ່າວ/ບົດ​ອື່ນ