ຫວຽດນາມພ້ອມແລ້ວທີ່ຮ່ວມມືກັບກຳລັງປະຕິບັດກົດໝາຍປະເທດຕ່າງໆເພື່ອຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳ

ຫວຽດນາມພ້ອມແລ້ວທີ່ຮ່ວມມືກັບກຳລັງປະຕິບັດກົດໝາຍປະເທດຕ່າງໆເພື່ອຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳ - ảnh 1
ທ່ານ ເຈີ່ນ​ດ້​າຍກວາງ ທີ່ກອງ​ປະ​ຊຸມ
(ພາບ: vtv.vn)

(vovworld) – ທີ່​ການ​ປະ​ຊຸມ​ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ທົ່ວ​ໂລກ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ຈັດ​ຂຶ້ນ​ໃນ​ວັນ​ທີ 13/4, ຢູ່​ສິງ​ກາ​ໂປ, ທ່ານ​ລ​ັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ, ພົນ​ເອກ ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ໃຫ້ Interpol ມີ​ກົນ​ໄກ​ເຄື່ອນ​ໄຫວ​ຢ່າງ​ແໜ້ນ​ແຟ້ນ, ມີ​ໄຫວ​ພິບ​ເພື່ອ​ໜູນ​ຊ່ວຍ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາ​ຍຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຕໍ່​ສູ້ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ, ພິ​ເສດ​ແມ່ນ​​ໃນການ​ສົ​ມ​ທົບ​ກັນ​ຕໍ່​ສ​ູ້​ແກ້​ໄຂ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ຂ້າມ​ຊາດ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຫວັງ​ວ່າ: ​ກຳ​ບັວ​ປະ​ຕິ​ບັດ​ກົດ​ໝາຍ​ທົ່ວ​ໂລກ​ຢູ່ ສິງ​ກາ​ໂປ ຈະ​ກາຍ​ເປັນ​ສູນ​ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ​ທາງ​ເຄື​ອ​ຂ່າຍ ອິນ​ເຕີ​ເນັດ​ອັນ​ດັບ​ໜຶ່ງ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ທ​ົ່ວ​ໂລກ. ທ່ານ​ກໍ່​ສະ​ເໜີ​​ປະ​ເທດຕ່າງໆກໍ່​ຄື​ອົງ​ການ Interpol ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອາ​​ດຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​, ແລກ​ປ່​ຽນ​ບົດ​ຮຽນ​ໃນ​ການ​ຕໍ່​ສູ້​ສະ​ກັດ​ກັ້ນ​ອາ​ດຊະ​ຍາ​ກຳ​ປະ​ເພດ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳ​ລ​ຸງ​ສ້າງ, ຝຶກ​ອົບ​ຮົມ​ໃຫ້​ບັ​ນ​ດາ​ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ… ກະ​ຊວງ​ຕຳຫຼ​ວ​ດ ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​​ຈະຮ່ວມ​ມື​ກັບ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ປະ​ເທດ​ຕ່າງໆ, ບັນ​ດາ​ອົງ​ການ​ສາ​ກົນ​ໃນ​ຂົງ​ເຂດ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ພິ​ເສດ​ແມ່ນ​ອາ​ດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ.


ຂ່າວ/ບົດ​ອື່ນ