ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍກັບນະໂຍບາຍຄັດຄ້ານອາວຸດນິວເຄຼຍ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມທົ່ວໂລກຕ້ານລະເບີດປະລະມານູ ແລະ ລະເບີດຮີດະໂລແຊນ (Tsar Bomba) ຄັ້ງທີ 63 ເຊິ່ງດຳເນີນຢູ່ 2 ນະຄອນແມ່ນ Hiroshima ແລະ Nagasaki ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 02 – 10 ສິງຫາ

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສົ່ງສານເຖິງບັນດາຜູ້ແທນສາກົນ ແລະ ຍີ່ປຸ່ນ ທີ່ເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ລະເບີດຮີດະໂລແຊນ (Tsar Bomba) ປີ 2018 ນ້ຳໃຈມິດຕະພາບ ແລະ ຄຳອວຍພອນອັນດີງາມທີ່ສຸດ.

        ໃນສານຊົມເຊີຍຊີ້ແຈ້ງວ່າ: ຍາມໃດຫວຽດນາມ ກໍ່ສະເໝີຕົ້ນສະເໝີປາຍກັບນະໂຍບາຍຄັດຄ້ານອາວຸດນິວເຄຼຍ ແລະ ແມ່ນໜຶ່ງໃນບັນດາປະເທດທຳອິດເຂົ້າຮ່ວມການສະໜັບສະໜູນ, ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາຫ້າມອາວຸດນິວເຄຼຍ. ຫວຽດນາມ ຕັ້ງຄວາມຫວັງຕໍ່ການພັດທະນາຢ່າງແຮງຂອງຂະບວນການສັນຕິພາບໂລກ ເພື່ອແນໃສ່ຄັດຄ້ານ, ຫຼົບລ້າງອາວຸດນິວເຄຼຍ ແລະ ອາວຸດລ້າງຜານ. ທ່ານປະທານປະເທດເຊື່ອໝັ້ນວ່ນ, ກອງປະຊຸມປີນີ້ແມ່ນໂອກາດເພື່ອໃຫ້ບັນດາກຳລັງ ແລະ ອົງການສັນຕິພາບໃນໂລກ ປຸກລະດົມບັນດາການເຄື່ອນໄຫວໃໝ່ເພື່ອແນໃສ່ຕ້ານອາວຸດນິວເຄຼຍ ແລະ ອາວຸດລ້າງຜານ, ສືບຕໍ່ຢືນຢັນຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງແຮງສຳລັບບັນດາຜູ້ປະສົບເຄາະຮ້າຍຈາກອາວຸດປະລະມານູ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຜູ້ຖືກເຄາະຮ້າຍຍ້ອນໂທດກຳສົງຄາມອື່ນ, ເພື່ອໂລກມີສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ