ຫວຽດນາມມີຈຸດພົ້ນເດັ່ນໃນການເຕີີບໂຕເສດຖະກິດ

(VOVWORLD) -ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ.

        ໃນໄລຍະຜ່ານມາ, ບັນດາອົງການສາກົນໄດ້ມີບັນດາການຄາດຄະເນຢ່າງຕັ້ງໜ້າຕໍ່ ການເຕີບໂຕເສດຖະກິດຂອງຫວຽດນາມ. ໃນບົດລາຍງານກ່ຽວກັບເສດຖະກິດພາກພື້ນ ອາຊີ - ປາຊີຟິກ ໄຕມາດ 03 ປີ 2018, ທະນາຄານໂລກ ໄດ້ຕີລາຄາແງ່ຫວັງໃນໄລຍະກາງຂອງຫວຽດນາມວ່າ ສືບຕໍ່ໄດ້ຮັບການປັບປຸງ ແລະ ບັນລຸໄດ້ໝາກຜົນດີ ຍ້ອນເສດຖະກິດທົ່ວໂລກໄດ້ຮັບການຟື້ນຟູແບບຍືນຍົງ ແລະ ບັນດາການປະຕິຮູບພາຍໃນປະເທດພວມໄດ້ຮັບການປະຕິບັດ ພື້ນຖານເສດຖະກິດບັນລຸໄດ້ໝາກຜົນໜັ້ນຄົງເຂັ້ມແຂງຍ້ອນຄໍາໝັ້ນສັນຍາຂອງລັດຖະບານກ່ຽວກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການເຕີບໂຕໂດຍອີງໃສ່ຂົງເຂດເອກະຊົນ.

        ທ່ານ Eric Sidgwick, ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB)  ປະຈໍາຫວຽດນາມ, ຕີລາຄາການເຕີບໂຕເສດຖະກິດຫວຽດນາມໄລຍະຜ່ານມາວ່າ ບັນລຸໄດ້ໃນທຸກຂົງເຂດຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ. ໃນນັ້ນ, ກໍາລັງໜູນໃນການເຕີບໂຕຕົ້ນຕໍ່ແມ່ນຂະແໜງການຜະລິດປະດິດສ້າງ ສືບຕໍ່ໄດ້ເປີດກວ້າງ, ການຜະລິດກະສິກໍາເພີ່ມຂຶ້ນສູງ, ຂະແໜງບໍລິການເປັນປົກກະຕິ, ການບໍລິໂພກອຸປະໂພກພາຍໃນປະເທດໄດ້ ຮັບການຮັກສາເປັນຢ່າງດີ, ໄດ້ຮັບການລົງທຶນຢ່າງຫຼວງຫຼາຍຈາກບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດຢູ່ພາຍໃນປະເທດ. ເມື່ອແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວ, ທ່ານ ຫງວຽນມິນເກືອງ, ນັກຊ່ຽວຊານດ້ານເສດຖະກິດຂອງ ADB, ຖືວ່າ:

        “ສະພາບການພື້ນຖານເສດຖະກິດຫວຽດນາມເປັນໜ້າຊື່ນຊົມ ແລະ ສົດໃສ. ການເຕີບໂຕບັນລຸລະດັບສູງ 7,1%. ບໍ່ພຽງແຕ່ແມ່ນການເຕີບໂຕສູງເມື່ອທຽບໃສ່ຫວຽດນາມເທົ່ານັ້ນ ຫາກຍັງແມ່ນການເຕີບໂຕສູງເມື່ອທຽບໃສ່ພາກພື້ນອີກດ້ວຍ. ການຄາດຄະເນຂອງ ADB  ກ່ຽວກັບການເຕີບໂຕຂອງ ຫວຽດນາມ ໃນປີ 2019 ແມ່ນຈະຍັງຄົງຮັກສາໃຫ້ຢູ່ລະດັບ 6,8%. ລະດັບເຕີບໂຕຂອງຫວຽດນາມບັນລຸລະດັບເຕີບໂຕຮອບດ້ານໃນທຸກຂົງເຂດໃນປີ 2018. ນີ້ແມ່ນຜົນງານທີ່ເປັນໜ້າໄດ້ຮັບການສົ່ງເສີມໃນສະພາບການປັດຈຸບັນ”.


ຕອບກັບ

ຂ່າວ/ບົດ​ອື່ນ