ຫວຽດນາມມີພະຍານຫຼັກຖານປະຫວັດສາດແລະພື້ນຖານນິຕິກຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບຮ່ວາງຊາແລະເຈື່ອງຊາ

ຫວຽດນາມມີພະຍານຫຼັກຖານປະຫວັດສາດແລະພື້ນຖານນິຕິກຳຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສຳລັບຮ່ວາງຊາແລະເຈື່ອງຊາ - ảnh 1
ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ

(vovworld) –  ​ວັນ​ທີ 11/12/2014, ເມື່ອ​ຕອບ​ຄ​ຳ​ຖາມ​ຂອງ​ນັກ​ຂ່າວ​ຂ່າວ​ສານ ຫວຽດ​ນາມ ແລະ​ ບາງ​ສຳ​ນັກ​ຂ່າວ​ສານ​ອື່ນໆ​​ທີ່ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ທີ່​ມີ​ຕໍ່ເອ​ກະ​ສານຫຼັກ​ໝັ້ນ​ວັນ​ທີ 7/12/2014 ຂອງ​ລັດ​ຖະ​ບານ ຈີນ ກ່ຽວ​ກັບ​ກໍ​ລະ​ນີ​​ຮ້ອງ​ຟ້ອງກຳ​ມະ​ການທະ​ເລ​ຕາ​ເວັນ​ອອກ, ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ, ຊີ້​ແຈ້ງວ່າ:

“ອີກ​ເທື່ອ​ໜຶ່ງ, ຫວຽດ​ນາມ ຖະ​ແຫຼງ​ມີ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ກໍ່​ຄື​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ດ້ານນິ​ຕິ​ກຳ​ອື່ນ​ຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ.”

“ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ເດັດ​ດຽວ​ປະ​ຕິ​ເສດ​ຄຳ​ຮຽກ​ສິດ​ຂອງ ຈີນ ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແລະ ເຂດ​ນ້ຳ​ອ້ອມ​ແອ້ມກໍ່​ຄື​ຄຳ​ຮຽກ​ສິດ “ບັນ​ດາ​ສິດ​ປະ​ຫວັດ​ສາດ” ຂອງ ຈີນ ສຳ​ລັບ​ເຂດ​ນ້ຳ, ​ພື້ນ​ດິນ​ໃຕ້​ທະ​ເລ​ພາຍໃນ “ເສັ້ນ​ລີ້ນ​ງົວ” ຂອງ​ຈີນ​ຍົກ​ອອກ​ມາ​ພຽງ​ລຳ​ພັງ​ຝ່າຍ​ດຽວ”.

ເມື່ອ​ຕອບ​ຄຳ​ຖາມ​ສະ​ເໜີ​ໃຫ້​ຮູ້​ທັດ​ສະ​ນະ​ຂອງ ຫວຽດ​ນາມ ສຳ​ລັບ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ກຳ​ມະ​ການ​ທະ​ເລ​ຕາ​ເວັນ​ອອກ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາ​ຍ​ບີ່ງ, ຢືນ​ຢັນ​ວ່າ:

“ເພື່ອ​ປົກ​ປ້ອງ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ນິ​ຕິ​ກຳ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ອາດ​ຈະ​​ຖືກຜົນ​ສະ​ທ້ອນ​ຍ້ອນ​ກໍ​ລະ​ນີ​ຮ້ອງ​ຟ້ອງ​ກຳ​ມະ​ການ​ທ​ະ​ເລ​ຕາ​ເວັນ​ອອກ, ຫວຽດ​ນາມ ໄດ້​ສະ​ແດງ​ຫຼັກ​ໝັ້ນ, ທັດ​ສະ​ນະ​ຂອງ​ຕົນ​ສຳ​ລັບ​ກໍ​ລະ​ນີ​ຮ້ອງ​ຟ້ອງກັບ​ສານ​ກຳ​ມະ​ການ ແລະ ສະ​ເໜີ​ໃຫ້ສານ​ກຳ​ມະ​ການ​ເອົາໃຈ​ໃສ່​ເຖິງ​ບັນ​ດາ​ສິດ ແລະ ຜົນ​ປະ​ໂຫຍດ​ນິ​ຕິ​ກຳ​ເຫຼົ່າ​ນັ້ນ​ຂອງ ຫວຽດ​ນາມ.”

ຂ່າວ/ບົດ​ອື່ນ