ຫວຽດນາມມີພະຍານຫຼັກຖານປະຫວັດສາດແລະພື້ນຖານນິຕິທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ

(VOVWORLD) -ວັນທີ 26 ພຶດສະພາ 2017, ເມື່ອຕອບສຳພາດຕໍ່ນັກຂ່າວ ທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງໄຕ້ຫວັນດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ ເຂດທະເລອ້ອມແອ້ມບາບິ່ງ, ໝູ່ເກາະເຈື່ອງຊາ
ຫວຽດນາມມີພະຍານຫຼັກຖານປະຫວັດສາດແລະພື້ນຖານນິຕິທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ - ảnh 1 (ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ)

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ ຢືນຢັນວ່າ:

“ ຫວຽດນາມມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳ ຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສຳລັບສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ ”

        ເລື່ອງໄຕ້ຫວັນຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ ເຂດທະເລ ອ້ອມແອ້ມ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມເປັນຫຼາຍຄັ້ງນັ້ນ ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງສຳລັບໝູ່ເກາະແຫ່ງນີ້, ນາບຂູ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການ ຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.

        ອີກຄັ້ງໜຶ່ງ, ຫວຽດນາມເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນບໍ່ມີການກະທຳຄ້າຍຄືແບບນີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ