ຫວຽດນາມມີອິດທິພົນຊື່ສຽງສູງໃນເວທີສາກົນ

(VOVWORLD) -ຫວຽດນາມ ພວມກາຍເປັນສະຖານທີ່ດຶງດູດຄວາມສົນໃຈຈາກຫາງສຽງສາກົນ ເມື່ອກາຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2 ຊື່ງດຳເນີນໃນເວລາ 2 ວັນ ຄືວັນທີ 27 ແລະ 28 ກຸມພາ

.

ຫວຽດນາມມີອິດທິພົນຊື່ສຽງສູງໃນເວທີສາກົນ - ảnh 1ສາດສະດາຈານ Carlyle Thayer (ພາບ: Getty)

ເລື່ອງເລືອກເຟັ້ນຫວຽດນາມ, ລະອຽດ ແມ່ນນະຄອນຫລວງ ຮ່າໂນ້ຍ ເປັນສະຖານທີ່ດຳເນີນກອງປະຊຸມ ເປັນການສະແດງໃຫ້ເຫັນວ່າ ອາເມລິກາ ແລະ ສປປ ເກົາຫລີ ລ້ວນແຕ່ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບກອງປະຊຸມເຈລະຈາລະຫວ່າງສອງຝ່າຍ.

ສາດສະດາຈານ Carlyle Thayer ສັງກັດມະຫາວິທະຍາໄລ New South Wales ປະເທດ ອົດສະຕາລີ ຢືນຢັນ: ເລື່ອງຫວຽດນາມ ໄດ້ຮັບການເລືອກເຟັ້ນເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2 ນັ້ນແມ່ນຍ້ອນ ຫວຽດນາມ ມີບົດຮຽນຫລາຍຢ່າງໃນການຈັດຕັ້ງກອງປະຊຸມສາກົນ ດ້ວຍຂອບຂະຫນາດໃຫຍ່. ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ ນັບມື້ນັບເພີ່ມຂຶ້ນ ແລະ ຫວຽດນາມ ກໍ່ມີກຳລັງແຮງ ແລະບົດບາດສຳຄັນໃນການສ້າງບັນຫາຄວາມໝັ້ນຄົງ, ສັນຕິພາບຂອງພາກພື້ນ ແລະໂລກ.”

ປອ Euan Graham ຜູ້ອຳນວຍການຝ່າຍບໍລິຫານ ໂຄງການ ອາຊີ ສັງກັດມະຫາວິທະຍາໄລ La Trope ຖືວ່າ:  ບັນດາຜົນງານ ຊື່ງຫວຽດນາມ ບັນລຸໄດ້ພາຍຫລັງທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດນະໂຍບາຍການຕ່າງປະເທດຢ່າງດຸ່ນດ່ຽງ, ເປີດກວ້າງນັ້ນ ໄດ້ສ້າງກຳລັງຫນູນເພື່ອໃຫ້ ອາເມລິກາ ແລະ ສປປເກົຫລີ ເລືອກເຟັ້ນເອົາ ຮ່າໂນ້ຍ ແມ່ນສະຖານທີ່ຈັດຕັ້ງກອງປະຊຸມຄັ້ງນີ້.

“ຂ້າພະເຈົ້າຖືວ່າ ເລື່ອງເລືອກເຟັ້ນ ຫວຽດນາມ ແມ່ນມີຄວາມໝາຍເປັນສັນຍາລັກ. ຫວຽດນາມ ມີການພົວພັນທາງການທູດທັງສອງປະເທດ. ແຕ່ສິ່ງສຳຄັນກວ່າ ຂ້າພະເຈົ້າຖືວ່າ ເລື່ອງເລືອກເຟັ້ນຫວຽດນາມ ຍັງມີຄວາມໝາຍສັນຍາລັກ ເພາະນີ້ແມ່ນປະເທດທີ່ກ່ອນນີ້ກໍເຄີຍຖືກແບ່ງແຍກສອງພາກ ແລະ ປະຈຸບັນ ມີການປ່ຽນແປງຫລາຍຢ່າງພາຍຫລັງປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ.”

ບັນດານັກວິຊາການຂອງ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນການຮ່ວມສໍາພັນ. ທ່ານ Beni Sukadis, ນັກຊ່ຽວຊານ, ຜູ້ບໍລິຫານງານຂອງ ສະຖາບັນຄົ້ນຄວ້າການປ້ອງກັນປະເທດ ແລະ ຍຸດທະສາດ ອິນໂດເນເຊຍ ຖືວ່າ ກອງປະຊຸມສຸດຍອດຄັ້ງທີີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຖືກດໍາເນີນຢູ່ຮ່າໂນ້ຍ ແມ່ນ ໂອກາດອັນໃຫຍ່ຫຼວງສໍາລັບຫວຽດນາມ ແລະ ເປັນການຢັ້ງຢືນໃຫ້ເຫັນວ່າ ທີ່ຕັ້ງບົດບາດຂອງຫວຽດນາມ ພວມນັບມື້ນັບໄດ້ຍົກສູງຂຶ້ນ. ພິເສດ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນຕົວກາງ ແລະ ຮັກສາການພົວພັນອັນດີງາມກັບທັງ ອາເມລິກາ - ສປປ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ