ຫວຽດນາມມີຮູບເງົາສອງເລື່ອງເຂົ້າຮ່ວມງານມະຫາກຳຮູບເງົາອາຊຽນ2017

ຫວຽດນາມມີຮູບເງົາສອງເລື່ອງເຂົ້າຮ່ວມງານມະຫາກຳຮູບເງົາອາຊຽນ2017 - ảnh 1
ຮູບ​ເງົາ​ເລື່ອງ“​ເຖົ້າ​ຈີ໋ນຢູ່​ໄທ“
(ພາບ​ປະ​ກອບ: vietnamplus.vn)


(vovworld) - ຮູບ​ເງົາ​ຫວຽດນາມ 2 ​ເລື່ອງ​ທີ່ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ອາ​ຊຽນ 2017 ຢູ່ ​ໄທ​ ລວມມີ: “​ເຖົ້າ​ຈີ໋ນຢູ່​ໄທ“ ​ແລະ “ພໍ່​ແລະ​ລູກ“. ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ອາ​ຊຽນ 2017 ຖືກ​ດຳ​ເນີນ​ແຕ່​ວັນ​ທີ 27/4-1/5, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967-8/8/2017). ຮູບ​ເງົາ​ທັງ​ສອງ​ນີ້​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຕີ​ລາຄາ​ສູງ​ຈາກ​ວົງ​ການ​ນັກ​ວິຈານ ​ແລະ ຜູ້​ຊົມ. ຮູບ​ເງົາ​ເລື່ອງ“​ເຖົ້າ​ຈີ໋ນຢູ່​ໄທ“ ​ໄດ້​ວາດ​ພາບ​ຊີວິດ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ ຫງວຽນ​ອ໋າຍກວົກ (ປະທານ ​ໂຮ່ຈີ​ມິນ) ຢູ່ ​ໄທ​ ​ໃນ​ໄລຍະ 1928-1929. ຮູບ​ເງົາ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ລະອຽດ​ລະ​ອໍ​ດ້ວຍ​ຫຼາຍ​ຮູບຖ່າຍ​ທຳ​ທີ່​ສວຍ​ງາມ, ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ສະຖານ​ທີ່​ຫຼາຍ​ແຫ່ງ​ໃນ​ປະ​ເທດ ​ໄທ ​ແລະ ຫວຽດນາມ, ລຽບ​ຕາມ​ເສັ້ນທາງ​ເຊິ່ງນັກ​ປະຕິວັດ ຫງວຽນ​ອ໋າຍກວົກ​ໄດ້​ໄປ​ຜ່ານ.


ຕອບກັບ

ຂ່າວ/ບົດ​ອື່ນ