ຫວຽດນາມມານະພະຍາຍາມປະຕິບັດຂໍ້ຕົກລົງປາຣີກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມມານະພະຍາຍາມປະຕິບັດຂໍ້ຕົກລົງປາຣີກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: TTXVN)


(vovworld) - ​​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ (MONRE) ໄດ້​ສົມ​ທົບ​ກັບ​ໂຄງ​ການ​ພັດ​ທະ​ນາສະ​ຫະ​ປະ​ຊາ​ຊາດ (UNDP) ແລະ ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (IPCC) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ບັນ​ດາ​ຜົນ​ງານ​ຂອງ IPCC ແລະ ບັນ​ດາ​ການ​ກະ​ທຳ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”.

        ຕາມ​ທ່ານ ຟ້າມ​ວັນ​ເຕີນ, ຮອງ​ຫົວ​ໜ້າ​ກົມ​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວ​ດ​ລ້ອມ​ແລ້ວ, ຄາດ​ໝາຍ​ລວມ​ຂອງ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ປາ​ຣີ ຢູ່​ຫວຽດ​ນາມ ແມ່ນ​ກຳ​ນົດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ໃຫ້​ເໝາະ​ສົມ, ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຮອດ​ປີ 2020 ແລະ 2030, ເພື່ອ​ປະ​ຕິ​ບັດ​​ຢ່າງ​ຄົບ​ຖ້ວນບັນ​ດາ​ຂໍ້​ກຳ​ນົດ​ທີ່​ນຳ​ໃຊ້​ໃຫ້​ຫວຽດ​ນາມ ໃນ​ຂໍ້​ຕົກ​ລົງ​ປາ​ຣີ. ທ່ານ ຟ້າມ​ວັນ​ເຕີນ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ 2016 – 2020, ຫວຽດ​ນາມ ສືບ​ຕໍ່​ກະ​ກຽມ​ເພື່ອ​ຮອດ​ປີ 2020 ພ້ອມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ຂໍ້​ຕົກ​ລົງ​ປາ​ຣີ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ໄດ້​ອະ​ນຸ​ມັດ​ຜ່ານ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຮີບ​ດ່ວນ.

ຂ່າວ/ບົດ​ອື່ນ