ຫວຽດນາມມານະພະຍາຍາມພ້ອມກັບບັນດາປະເທດກໍ່ສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງເຂັ້ມແຂງ

ຫວຽດນາມມານະພະຍາຍາມພ້ອມກັບບັນດາປະເທດກໍ່ສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງເຂັ້ມແຂງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມວາ​ລະ​ປະ​ຊ​ຸມ​ກ່ຽວ​ກັບ
“ສີ​ສັນ​ຂະ​ແໜງປະ​ດິດສ້າງ​ອາ​ຊຽນ”
(ພາບ: TTXVN)


(vovworld) - ​ຕອນ​ບ່າຍ​ວັນ​ທີ 20/01, ໃນ​ຂອບ​ເຂດກອງ​ປະ​ຊຸມ​ WEF Davos, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມ 2 ວາ​ລະ​ປະ​ຊ​ຸມ​ກ່ຽວ​ກັບ “ແບບ​ແຜນ​ອາ​ຊຽນ​ໃນ​ໂລກ​ຖືກ​ແບ່ງ​ອອກ” ແລະ “ສີ​ສັນ​ຂະ​ແໜງປະ​ດິດສ້າງ​ອາ​ຊຽນ”; ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖ​ະ​ກິດ (OECD) Angel Gurria ແ​ລະ ປະ​ທານ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຍີ່​ປຸ່ນ (JETRO) Hiroyuki Ishige. ທີ່​ບັນ​ດາ​ວາ​ລະ​ປະ​ຊຸ​ມ​ກ່​ຽວ​ກັບ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຖື​ວ່າ, ອາ​ຊຽນ ຕ້ອງ​ປະ​ຕິ​​ບັດ​ວິ​ວັດ​ການ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ (FTA) ໃຫ້​ເປັນ​ຢ່າ​ງ​ດີ ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ສ້າງ​ກາ​ລະ​ໂອ​ກາດ​ດຶງ​ດູດ​ການ​ລົງ​ທຶນ, ການ​ຄ້າ​ເຂົ້າ​ພາກ​ພື້ນ; ຢືນ​ຢັນ​ວ່າ, ຫວຽດນາມ ປະ​ກອບ​ສ່ວນ​ສຳ​ຄັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ມາ​ນະ​ພະ​ຍາ​ຍາມ​ພ້ອ​ມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ.

        ທີ່​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່​ OECD, Angel Gurria, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ແບບ​ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ກະ​ສິ​ກຳ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ່ງ​ຂອງ​ດິນ​ຟ້າ​ອາ​ກາດ, ອຸດ​ສາ​ຫະ​ກຳ ເຕັກ​ໂນ​ໂລ​ສູງ…. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ OECD ສົມ​ທົບ​ກັນ ແລະ ໜູນ​ຊ່ວຍ​ຫວຽດ​ນາມ ຈັດ​ຕັ້ງ​ປີ APEC 2017.

        ທີ່​ການ​ຕ້ອນ​ຮັບ​ປ​ະ​ທານ JETRO, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ, JETRO ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃຫ້​ເລິກ​ເຊິ່ງ, ກວ້າງ​ຂວາງ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ. ທ່ານປ​ະ​ທານ JETRO, Hiroyuki Ishige ​ໄດ້ແບ່ງ​ປັນ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ.

ຂ່າວ/ບົດ​ອື່ນ