ຫວຽດນາມມານະພະຍາຍາມລົບລ້າງການໃຊ້ຄວາມຮຸ້ນແຮງໃນຄອບຄົວ

ຫວຽດນາມມານະພະຍາຍາມລົບລ້າງການໃຊ້ຄວາມຮຸ້ນແຮງໃນຄອບຄົວ - ảnh 1
(ຫວຽດນາມ ມານະ​ພະຍາຍາມ ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ)

(vovworld) – ເພື່ອ​ຕອບ​ສະ​ໜອງວັນ​ສາກົນລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ (25/11) ​ໂດຍ​ສະຫະ​ປະຊາ​ຊາດ​ປຸກລະດົມ. ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ສົມ​ທົບ​ກັບ​​ອົງ​ການສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ງຂ້ອງ ​​ເປີດບັ້ນ​ເຄື່ອນ​ໄຫວ​​ແຫ່ງ​ຊາດ “​ຈົ່ງກະທຳ​ເພື່ອລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຮີນ​ວິ້ງ​ອ໋າຍ, ລັດຖະມົນຕີ​ຊ່ວຍວ່າການ ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ​ໃຫ້​ຮູ້​ວ່າ.

        “ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​​ໃຫ້​ສັດ​ຕະ​ຍາ​ບັນສົນທິສັນຍາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ແບບ​ຈຳ​ແນ​ກການ​ປະພຶດ​ສຳລັບ​ແມ່ຍິງ. ພ້ອມ​ທັງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ກົດໝາຍ​ວ່າ​ດ້ວຍ​​ການຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ, ກົດໝາຍ​ວ່າ​ດ້ວຍ​​ນານສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າ​ມະນຸດ. ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ມາດ​ຕະການ​ປົກ​ປ້ອງ​ແມ່ຍິງ ​ແລະ ​ເດັກນ້ອຍ. ອີກ​ຄັ້ງ​ໜຶ່ງ, ບັ້ນ​ໂຄສະນາ​ທາງສື​່ມວນ​ຊົນ​ສະໜັບ​ສະ​ໜູນນ​ວັນ​ສາກົນລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງສຳລັບ​ແມ່ຍິງປີ 2014 ​ໄດ້​ຢືນຢັນ​​ບົດ​ບາດ​ສຳຄັນ​ຂອງ​ວຽກ​ງານ​ປະ​ສານ​ງານ, ການ​ສົມທົບ​ລະຫວ່າງ​ບັນດາ​ອົງການຈັດ​ຕັ້ງ​ຂຶ້ນ​ກັບ​ລັດຖະບານ, ບັນດາ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ… ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຄື່ອນ​ໄຫວລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ສຳລັບ​ແມ່ຍິງ ​ແລະ ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ”.

ຂ່າວ/ບົດ​ອື່ນ