ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດຫລາຍຝ່າຍ,ຮັກສາສະພາບແວດລ້ອມສັນຕິພາບ,ປົກປັກຮັກສາເອກະລາດ

 ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດຫລາຍຝ່າຍ,ຮັກສາສະພາບແວດລ້ອມສັນຕິພາບ,ປົກປັກຮັກສາເອກະລາດ - ảnh 1
ທ່ານ ຮອງ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບູ່ຍ​ຊ​ວນ​ເຊີນ
ພາບ:TTXVN

(vovworld)- ​​​ ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນກ່ຽວ​ກັບໝາກ​ຜົນ​ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ຊື່ງ​ດຳ​ເນີນ​ແຕ່​ວັນ​ທີ 22-26/8 ຢູ່ ຮ່າ​ໂນ້ຍ, ທ່ານ ຮອງ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບູ່ຍ​ຊ​ວນ​ເຊີນ ໄດ້​ຢືນ​ຢັນ: ຫວຽດ​ນາມ ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຢ່າງ​ໝັ້ນ​ຄົງ. ທ່ານ ບູ່ຍ​ແທງ​ເຊີນ ຍັງ​ໃຫ້​ຮູ້​ວ່າ: ​ນອກ​ຈາກ​ບັນ​ດາ​ຫນ້າ​ທີ່​ຕົ້ນ​ຕໍ​ຄື: ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຂອງ​ປະ​ເທດ​ຊາດ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຂະ​ແຫນງ​ການ​ທູດຍັງສຸມ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນວຽກ​ງານ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ, ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ພິ​ເສດ​ແມ່ນ ອາ​ຊຽນ, ສ​ປ​ຊ, ບັນ​ດາ​ກົນ​ໄກ​ອະ​ນຸ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົງ​ເຂດ​ການ​ທູດ​ວັດ​ທະ​ນະ​ທຳ, ການ​ຂ່າວ​ຕ່າງ​ປະ​ເທດ, ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສຢູ່​ຕ່າງ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ